ຫໍພິພິທະພັນຢາພື້ນເມືອງຈີນ ແລະ ຢາພື້ນເມືອງຊົນເຜົ່າຂອງຢຸນນານທີ່ມະຫັດສະຈັນ

2021-08-09 16:16:15 |ມາຈາກ:

ຫໍພິພິທະພັນຢາພື້ນເມືອງຈີນ ແລະ ຢາພື້ນເມືອງຊົນເຜົ່າຂອງແຂວງຢຸນນານທີ່ຕັ້ງຢູ່ໃນວິທະຍາເຂດເສິງກົງ ມະຫາວິທະຍາໄລແພດສາດ ແລະ ຢາພື້ນເມືອງຢຸນນານ. ຫໍພິພິທະພັນມີເນື້ອທີ່ກໍ່ສ້າງທັງໝົດ 4.651,59 ຕາແມັດ, ມີຫ້ອງວາງສະແດງທັງໝົດ12 ຫ້ອງ, ເຊິ່ງໄດ້ເກັບຮິບໂຮມເຄື່ອງຫຼາຍຢ່າງ ເຊັ່ນ ເອກະສານບູຮານ, ຕົວຢ່າງຂອງຢາພື້ນເມືອງຈີນແລະ ອື່ນໆ. ໃນນັ້ນ, ຕົວຢ່າງຢາພື້ນເມືອງຈີນແມ່ນມີລັກສະນະພິເສດທີ່ສຸດ.

ຕົວຢ່າງຂອງຢາພື້ນເມືອງຈີນໄດ້ສະແດງໃຫ້ເຫັນເຖິງວັດຖຸດິບຂອງຢາພື້ນເມືອງຈີນທີ່ບັນທຶກໃນປຶ້ມສອງຫົວຄື "ເຊິນນົງເປິນເຊົ້າຈີ່ນ" ແລະ "ຕ່ຽນນານເປິນເຊົ້າ", ຫໍພິພິທະພັນໄດ້ນຳຕົວໜັງສື ແລະ ວິດີໂອປະສົມປະສານກັນ, ເພື່ອນຳສະເໜີໃຫ້ປະຊາຊົນຮູ້ຈັກກັບປຶ້ມບູຮານສອງຫົວນີ້ຕື່ມອີກ.

ມາຈາກ ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ ຈົວພູຟານ