ງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2021

2021-09-08 15:55:49 |ມາຈາກ:

ງານຕະຫຼາດນັດການຄ້າ-ການບໍລິການສາກົນຈີນປີ 2021 ຈັດຂຶ້ນຢູ່​ນະຄອນຫຼວງປັກກິ່ງ ແຕ່ວັນທີ 2 ຫາວັນທີ 7 ກັນຍານີ້. ໃນງານວາງສະແດງສິນຄ້າ-ການບໍລິການ, ຜູ້ຄົນສາມາດຊິມລົດຊາດບັນດາອາຫານທ້ອງຖິ່ນ, ຊື່ນຊົມກັບການວາງສະແດງຕ່າງ ໆ, ຮຽນຮູ້ກ່ຽວກັບຮີດຄອງປະເພນີທ້ອງຖິ່ນ ແລະ ການພັດທະນາດ້ານການຄ້າ-ການບໍລິການ. ງານຕະຫຼາດນັດການຄ້າ-ການບໍລິການສາກົນຈີນປີ 2021 ໄດ້ມີການຈັດວາງສະແດງສະເພາະແຕ່ລະປະເທດທີ່ສູນປະຊຸມແຫ່ງຊາດ, ການວາງສະແດງທີ່ມີເອກະລັກພິເສດຈາກຫຼາຍປະເທດ ແລະ ພາກພື້ນໄດ້ດຶງດູດຄວາມສົນໃຈຂອງຜູ້ເຂົ້າຮ່ວມ.