ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າແລະການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້ງ​ທີ 18 ໄດ້ອັດ​ລົງ​ແລ້ວ

2021-09-16 16:33:40 |ມາຈາກ: CRI

ຕອ​ນ​ບ່າຍ​ວັນ​ທີ 13 ກັນ​ຍາ​ນີ້, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ ແລະ ການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້​ງທີ 18 ໄດ້​ອັດ​ລົງ​ຢູ່​ນະ​ຄອນ​ນານ​ນີງ ເຂດກວາງ​ຊີ​​ປະ​ເທດຈີນ. ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ນີ້​ຖື​​ເອົາ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​​ຄູ່​ເຈ​ລະ​ຈາ​ຈີນ-ອາ​ຊຽນ​ຄົບ​ຮອບ 30 ປີ​ເປັນ​ໂອ​ກາດ, ໄດ້​ຈັດ​ກິດ​ຈະ​ກຳ​ຕ່າງໆ. ນັກ​ທຸ​ລະ​ກິດໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ດ້ວຍ​ຮູບ​ແບບ​ອອ​ຟ​ລາຍ ແລະ ອອນ​ລາຍ ໂດຍ​ໄດ້​ຊຸກ​ຍູ້​ໃຫ້​ມີ​ການ​ເຊັນ​ສັນ​ຍາ​ໂຄງ​ການ​ຈຳ​ນວນ​ຫຼາຍ.

ຂ່າວ​ແຈ້ງວ່າ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ ​ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ ແລະ ການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້​ງທີ 19 ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 16 ຫາ​ວັນ​ທີ 19 ກັນ​ຍາ​ປີ 2022, ມະ​ເລ​ເຊຍ​ຈະ​ເປັນ​ປະ​ເທດ​ກິດ​ຕິ​ມະ​ສັກ.