ເມືອງຊີດຽນແຂວງຢຸນນານ: ໝາກທັນຫໍ້ຕ້ອນຮັບລະດູການເກັບກ່ຽວອັນອຸດົມສົມບູນ

2021-09-23 18:38:51 |ມາຈາກ:

ເມື່ອບໍ່ດົນມານີ້, ສະຖານທີ່ພື້ນຖານການປູກໝາກທັນຫໍ້ ຢູ່ບ້ານຈຽວຢີ ເມືອງຊີດຽນ ແຂວງຢຸນນານໄດ້ຕ້ອນຮັບການເກັບກ່ຽວອັນອຸດົມສົມບູນ. ຊາວສວນຜູ້ປູກໝາກໄມ້ໄດ້ເກັບກ່ຽວໝາກທັນຫໍ້ຢູ່ກ້ອງຕົ້ນໄມ້, ແລະ ຄວາມສຸກຂອງການເກັບກ່ຽວໄດ້ປາກົດຢູ່ເທິງໃບໜ້າຂອງຊາວບ້ານ. ມາຮອດປັດຈຸບັນ, ເມືອງຊີດຽນ ໄດ້ພັດທະນາເນື້ອທີ່ການປູກໝາກທັນຫໍ້ ກວ່າ 1.333 ເຮັກຕາ, ແລະ ມູນຄ່າຜົນຜະລິດຄາດວ່າຈະບັນລຸຮອດ 70 ລ້ານຢວນ.

ນັກຂ່າວ ຢາງເຫຼີຍ ຊູເຄີນານ ຢາງຈີ້ເຈີ