ເຂດວາງສະແດງແຂວງຢຸນນານ ໄດ້ເປີດຕົວໃນງານວາງສະແດງສິນຄ້າ ຂະແໜງການວັດທະນະທຳສາກົນຈີນ (ເຊິນເຈິ້ນ) ຄັ້ງທີ 17

2021-09-26 17:41:34 |ມາຈາກ:

ວັນທີ 23 ກັນຍານີ້, ງານວາງສະແດງສິນຄ້າ ຂະແໜງການວັດທະນະທຳສາກົນຈີນ (ເສິນເຈິ້ນ) ຄັ້ງທີ 17 ໄດ້ເປີດຂຶ້ນຢູ່ທີ່ສູນປະຊຸມ ແລະ ວາງສະແດງສາກົນເຊິນເຈີ້ນ, ເຂດວາງສະແດງຢຸນນານໃນຫົວຂໍ້ "ຢຸນນານທີ່ມີສີສັນ ຢຸນນານທີ່ເປັນສວນດອກໄມ້ຂອງໂລກ" ໄດ້ເປີດຕົວຢ່າງໂດດເດັ່ນ.

ອີງຕາມຂໍ້ມູນຂ່າວສານ, ໃນເຂດວາງສະແດງຢຸນນານ, ໄດ້ດຳເນີນການຈັດວາງສະແແດງຜ່ານຫົວຂໍ້ “ຂະບວນການພັດທະນາຂະແໜງການວັດທະນະທໍາຢຸນນານ”, ສະແດງໃຫ້ເຫັນທຸລະກິດຮູບແບບໃຫມ່ຂອງການພັດທະນາຂະແໜງການວັດທະນະທໍາຂອງແຂວງຢຸນນານຢ່າງເຕັມສ່ວນ, ພ້ອມທັງສະແດງຜົນສໍາເລັດຂອງການພັດທະນາດິຈິຕອລຂອງຢຸນນານ, ການເຊື່ອມໂຍງສື່ມວນຊົນ, ແລະ ການເຊື່ອມໂຍງທາງດ້ານວັດທະນະທຳ ແລະ ເຕັກໂນໂລຢີ.

ມາຈາກ ເວັບໄຊຢຸນນານ

ນັກຂ່າວ ຈ່າງເຊີງ ຫຼີຊີຫຼີນ ເຫີໄຂ