ການເກັບກ່ຽວໃນລະດູໃບໄມ້ຫຼົ່ນ ຢູ່ພາກເໜືອຂອງພູພຽງທິເບດ

2021-09-26 17:59:46 |ມາຈາກ:

ໃນວັນທີ 23 ເດືອນກັນຍາ, ຊາວບ້ານຢູ່ໃນບ້ານເວີນປູນານ ເມືອງເວີນປູ ເມືອງນິມາ ເມືອງນາຊູ ເຂດປົກຄອງຕົນເອງທິເບດ ກຳລັງເກັບກ່ຽວເຂົ້າບາເລຈາກທົ່ງນາ. ບ້ານເວີນປູນານ ເມືອງເວີນປູ ທີ່ຕັ້ງຢູ່ແຄມທະເລສາບດັງເຣີຢົງຊົວ, ມີຄວາມສູງຈາກລະດັບໜ້ານໍ້າທະເລ 4.645 ແມັດ. ຊາວບ້ານຢູ່ທີ່ນີ້ບໍ່ພຽງແຕ່ເຮັດໄຮ່ໄຖນາ ແຕ່ຍັງລ້ຽງສັດ, ເຊິ່ງເປັນລັກສະນະພິເສດໃນພູພຽງທິເບດ. ເມືອງເວີນປູມີເນື້ອທີ່ດິນໃນການເຮັດກະສິກຳ 44 ເຮັກຕາ, ເນື້ອທີ່ທົ່ງຫຍ້າ 295.440 ເຮັກຕາ, ແລະ ລາຍຮັບຕໍ່ຫົວຄົນຕໍ່ປີແມ່ນ 9.853 ຢວນ. ປີ 2014, ບ້ານເວີນປູນານໄດ້ຮັບນາມມະຍົດວ່າເປັນ "ບ້ານທີ່ມີລັກສະນະພິເສດຂອງຈີນ".

ມາຈາກ ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ ພຸປູຈາຊີ່