ຢ້ຽມຢາມ "ຟູຫຼີ້ກົງ" ສຳຜັດຊີວະນາໆພັນ

2021-09-27 19:05:21 |ມາຈາກ:

"ຟູຫຼີ້ກົງ", ແມ່ນກຸ່ມຫ້ອງອາກາດອຸ່ນທີ່ສ້າງຂຶ້ນໃໝ່ໂດຍສະຖາບັນຄົ້ນຄ້ວາພືດສາດຄຸນໝິງ ສະຖາບັນຄົ້ນຄວ້າວິທະຍາສາດຈີນ, ມັນປະກອບດ້ວຍສອງຫ້ອງອາກາດອຸ່ນທີ່ເຊື່ອມຕໍ່ກັນ,ຫ້ອງອາກາດອຸ່ນທີ່ໃຫຍ່ທີ່ສຸດໃນ"ຟູຫຼີ້ກົງ"ກວມເອົາເນື້ອທີ່ 4.200 ຕາແມັດ, ເຊິ່ງປະກອບດ້ວຍເຂດສິ່ງທີ່ມີຊີວິດໃນນ້ຳເຂດຮ້ອນ,ເຂດໝາກໄມ້ເຂດຮ້ອນ,ເຂດປ່າຝົນເຂດຮ້ອນ ແລະ ເຂດທະເລຊາຍເຂດຮ້ອນ. ໃນຫ້ອງອາກາດອຸ່ນແຫ່ງນີີ້ໄດ້ເກັບຮັກສາຕົ້ນໄມ້ຫລາຍກວ່າ 1800 ຊະນິດ, ວາງສະແດງໝາກໄມ້ ແລະ ພຶດທີ່ມີຊີວິດໃນນ້ຳຂອງເຂດຮ້ອນທີ່ອຸດົມສົມບູນ.

ໃນໄລຍະ COP15, ສະຖາບັນຄົ້ນຄ້ວາພືດສາດຄຸນໝິງ ສະຖາບັນຄົ້ນຄວ້າວິທະຍາສາດຈີນ ຮັບຜິດຊອບໂຄງການເຂດວາງສະແດງຫົວຂໍ້ນອກຫ້ອງປະຊຸມ. ສວນສາທາລະນະສຳຜັດຊີວະນາໆພັນໂດຍມີກຸ່ມຫ້ອງອາກາດອຸ່ນ "ຟູຫຼີ້ກົງ" ເປັນໃຈກາງໄດ້ເກັບຮັກສາຕົ້ນໄມ້ທີ່ມີລັກສະນະພິເສດຫລາຍກວ່າ 2.500 ຊະນິດ.

ມາຈາກ ຫນັງສືພິມລາຍວັນຢຸນນານ

ນັກຂ່າວ ຫາວງຊີງເໜິງ ເຫຼີຍທອງຊູ