ເປີດສະຖານີວຽງຈັນຂອງທາງລົດໄຟລາວ-ຈີນ

2021-10-13 15:21:02 |ມາຈາກ:

ເມື່ອບໍ່ດົນມານີ້, ສະຖານີວຽງຈັນຂອງທາງລົດໄຟລາວ-ຈີນທີ່ສ້າງໂດຍກຸ່ມກໍ່ສ້າງທາງລົດໄຟຈີນໄດ້ເປີດເປັນທີ່ຮຽບຮ້ອຍແລ້ວ! ສະຖານີວຽງຈັນແມ່ນສະຖານີທີ່ໃຫຍ່ທີ່ສຸດຂອງທາງລົດໄຟລາວ-ຈີນ, ຕັ້ງຢູ່ໃນນະຄອນຫຼວງວຽງຈັນ ສປປ ລາວ, ຂະໜາດການອອກແບບຂອງສະຖານີແມ່ນມີ 3 ຈຸດຖານຈອດລົດໄຟ ແລະ 5 ສາຍ, ແລະ ກຽມໄວ້ລ່ວງໜ້າ 2 ຈຸດຖານຈອດລົດໄຟ 2 ສາຍ. ເນື້ອທີ່ຫ້ອງສະຖານີປະມານ 14.543 ຕາແມັດ,ແລະ ສາມາດຮັບຮອງຈຳນວນຄົນຫຼາຍທີ່ສຸດແມ່ນ 2500 ຄົນ.

ອີງຕາມການແນະນຳ, ແນວຄວາມຄິດການອອກແບບສະຖານີວຽງຈັນໄດ້ປະສົມປະສານປະເພນີວັດທະນະທໍາຂອງຈີນແລະລາວຢ່າງເລິກເຊິ່ງ. ຮູບແບບອາຄານຂອງສະຖານີອີງຕາມການກໍ່ສ້າງອາຄານບູຮານທີ່ເປັນມູນເຊື້ອຂອງຈີນ, ປະສົມປະສານລັກສະນະພິເສດຂອງສິ່ງແວດລ້ອມໃນນະຄອນຫຼວງວຽງຈັນເຂົ້າກັບສະຖາປັດຕະຍະກຳແບບດັ້ງເດີມຂອງຈີນ. ນອກຈາກນັ້ນ, ທີມອອກແບບໂຄງການໄດ້ນຳເອົາອົງປະກອບທີ່ເປັນຮູບພາບຂອງຕົ້ນໄມ້ໃນປ່າຝົນເຂດຮ້ອນ, ສ້າງເປັນທາງແລະເສົາ, ນຳໃຊ້ໄມ້ຈັນ ແລະ ດອກຈໍາປາ ປະດັບປະດາຫ້ອງລໍຖ້າຂອງອາຄານສະຖານີ.

ຮູບພາບ:ກຸ່ມກໍ່ສ້າງທາງລົດໄຟຈີນ