ດິນຊຸ່ມປ້າວເຟິງປ້ານຕາວຄຸນໝິງເປີດໃຫ້ເຂົ້າຊົມໂດຍບໍ່ເສຍຄ່າໃຊ້ຈ່າຍ

2021-10-27 18:26:18 |ມາຈາກ:

ວັນທີ 25 ຕຸລານີ້, ດິນຊຸ່ມປ້າວເຟິງປ້ານຕາວຄຸນໝິງໄດ້ເປີດໃຫ້ປະຊາຊົນເຂົ້າຊົມໂດຍບໍ່ເສຍຄ່າໃຊ້ຈ່າຍ, ດິນຊຸ່ມນີ້ແມ່ນໜຶ່ງໃນສະຖານທີ່ຈັດສະແດງ ແລະ ການສໍາຫຼວດກາງແຈ້ງຂອງກອງປະຊຸມປະເທດພາຄີສັນຍາ “ສົນທິສັນຍາວ່າດ້ວຍຊີວະນາໆພັນ” ຄັ້ງທີ 15 (COP15) , ​ແລະ ຈະສືບຕໍ່​ເປີດໄປຈົນຮອດວັນທີ 7 ພະຈິກ. ດິນຊຸ່ມປ້າວເຟິງປ້ານຕາວຕັ້ງຢູ່ເທິງຝັ່ງຕາເວັນອອກຂອງທະເລສາບຕ່ຽນສື ໃນເຂດກວນຕູນະຄອນຄຸນໝິງ,ກວມເອົາເນື້ອທີ່ 108.92 ເຮັກຕາ.