ມາເບິ່ງຮູບພາກສ່ວນພາຍໃນທີ່ສວຍງາມຂອງເສັ້ນທາງລົດໄຟລາວ-ຈີນ

2021-10-28 18:22:26 |ມາຈາກ:

ເສັ້ນທາງລົດໄຟລາວ-ຈີນມີຄວາມຍາວທັງໝົດ 1.000 ກວ່າກິໂລແມັດ, ທິດເໜືອເລີ່ມແຕ່ນະຄອນຄຸນໝິງປະເທດຈີນໄປຮອດນະຄອນຫຼວງວຽງຈັນທີ່ຢູ່ທາງພາກໃຕ້, ພາກສ່ວນພາຍໃນຂອງເສັ້ນທາງລົດໄຟລາວ-ຈີນມີຄວາມຍາວທັງໝົດ 508 ກິໂລແມັດ, ​ແລະ​ຄວາມໄວໃນການອອກແບບ 160 ກິໂລແມັດຕໍ່ຊົ່ວໂມງ. ໃນຂະບວນການກໍ່ສ້າງ, ກຸ່ມບໍລິສັດທາງລົດໄຟຄຸນໝິງຈີນ ຈຳກັດ ໄດ້ຢືນຢັນໃນການເຊື່ອມໂຍງການກໍ່ສ້າງທາງລົດໄຟ ແລະ ການປົກປັກຮັກສາສິ່ງແວດລ້ອມນິເວດເຂົ້າຮ່ວມກັນ, ແລະ ເນື້ອທີ່ສີຂຽວຂອງເສັ້ນທາງທັງໝົດໄດ້ບັນລຸ 3,46 ລ້ານຕາແມັດ. ກ່ອນຈະເປີດເສັ້ນທາງລົດໄຟລາວ-ຈີນ, ຂໍເຊີນທ່ານມາຊົມເບິ່ງທິວທັດລຽບຕາມທາງລົດໄຟລາວ-ຈີນຜ່ານຮູບພາບຊຸດນີ້.