ທ່ານ ຢາງຫົງຊີງ: ເວທີຂອງຂ້ອຍຢູ່ໃນຊົນນະບົດ

2021-10-29 16:05:22 |ມາຈາກ:

ທ່ານ ຢາງຫົງຊີງ ເກີດໃນປີ 1980, ຢູ່ບ້ານເຈີງຢີ ເມືອງຫຼີນທ່ຽນເມືອງຫຼີນຊວນ ແຂວງກວາງຊີ. ປີ 2009, ລາວໄດ້ຮຽນຈົບປະລິນຍາໂທຈາກມະຫາວິທະຍາໄລຊົນເຜົ່າກວາງຊີ, ແລະ​ລາວເລືອກກັບຄືນບ້ານເກີດເພື່ອພັດທະນາຂະແໜງການປູກຝັງ ​ແລະ ການລ້ຽງສັດ. ປະຈຸບັນນີ້, ຂະແໜງການຂອງ​ທ່ານ ຢາງຫົງຊີງ ໄດ້ມີເນື້ອທີ່ປູກໝາກໄມ້ເຖິງ 6,6 ​ເຮັກຕາ ​ແລະ ລ້ຽງໄກ່ 1.000 ກວ່າໂຕ. ໝາກນາວ, ໝາກມັງກອນ, ໝາກອະງຸ່ນ, ໝາກກີວີ ແລະ ຜະລິດຕະພັນກະເສດອື່ນໆສ່ວນໃຫຍ່ຖືກຂາຍຜ່ານທາງອິນເຕີເນັດໄປຍັງທຸກພາກໃນທົ່ວປະເທດຈີນ. ​ໃນອະນາຄົດ, ທ່ານ​ຢາງຫົງຊີງ ຈະ​ສືບຕໍ່ພັດທະນາການປູກຝັງ ​ແລະ ​ລ້ຽງສັດແບບລະບົບນິເວດຢູ່ບ້ານເກີດ, ເພື່ອຊ່ວຍຊຸກຍູ້ນຳພາຊາວບ້ານໃຫ້ມີຊີວິດການເປັນຢູ່ທີ່ດີກວ່າເກົ່າ.