ສຳເລັດການສົ່ງໄຟຟ້າທີ່ເສັ້ນທາງລົດໄຟລາວ-ຈີນ!

2021-11-02 15:21:04 |ມາຈາກ:

ວັນທີ 1 ພະຈິກນີ້, ສາຍສົ່ງສະໜອງໄຟຟ້າ, ເຄືອຂ່າຍການເຊື່ອມຕໍ່ ແລະ ອຸປະກອນທີ່ກ່ຽວຂ້ອງຂອງເສັ້ນທາງລົດໄຟລາວ-ຈີນໄດ້ສຳເລັດການກໍ່ສ້າງ, ກວດກາ ແລະ ຮັບຮອງເອົາທັງໝົດແລ້ວ, ເຊິ່ງສ້າງເງື່ອນໄຂສະດວກໃຫ້ແກ່ການທົດລອງເຄື່ອນໄຫວໃນຕໍ່ໜ້າ. ອີງຕາມຂໍ້ມູນ, ການກໍ່ສ້າງລະບົບໄຟຟ້າຂອງທາງລົດໄຟລາວ-ຈີນແມ່ນອາໄສການກໍ່ສ້າງແບບດິຈິຕອນ,ບັນລຸ “ການກໍ່ສ້າງແບບອັດສະລິຍະ ແລະ ດິຈິຕອນ” ໃນຂະບວນການກໍ່ສ້າງທັງໝົດຂອງເສັ້ນທາງລົດໄຟລາວ-ຈີນ. ການສຳເລັດການກໍ່ສ້າງ ແລະ ການເປີດນຳໃຊ້ທາງລົດໄຟລາວ-ຈີນຈະສິ້ນສຸດປະຫວັດສາດທີ່ບໍ່ມີທາງລົດໄຟເຂົ້າເຖິງກິ່ງແຂວງສິບສອງພັນນາ, ​ໂດຍຈະໃຊ້ເວລາປະມານ 3 ຊົ່ວໂມງຈາກຄຸນໝິງໄປເມືອງຈີ່ງຫົງ, ແລະ ຈະຮອດນະຄອນຫຼວງວຽງຈັນຂອງລາວໃນມື້ດຽວກັນ. ສຸດທ້າຍຂໍມອບຮູບພາບກຸ່ມທາງລົດໄຟລາວ-ຈີນໃຫ້ທ່ານຊົມເບິ່ງນຳກັນ!