ທ່ານ ລູເກົ່າຫຼີນ ຊາວກະສິກອນຜູ້ປູກດອກຝ້າຍຊິນຈ່ຽງ: ກ້າແນວຄວາມຫວັງໃນລະດູໃບໄມ້ປົ່ງ ​ແລະ​ເກັບກ່ຽວຄວາມສຸກໃນລະດູໃບໄມ້ຫຼົ່ນ

2021-11-04 16:45:57 |ມາຈາກ:

ທ່ານ ລູເກົ່າຫຼີນ ຊາວກະສິກອນຜູ້ປູກດອກຝ້າຍມີອາຍຸ 56 ປີ,ລາວອາໄສຢູ່ເມືອງຊາວານ ເຂດທາເຊີງ ຊີນຈ່ຽງ, ເມືອງນີ້ເປັນເຂດຜະລິດດອກຝ້າຍທີ່ສຳຄັນຂອງເຂດຊິນຈ່ຽງ,​ ເມືອງຊາວານໄດ້ປູກດອກຝ້າຍທີ່ມີເນື້ອທີ່ກວ່າ 117.333 ​ເຮັກຕາໃນປີ 2021. ການປູກດອກຝ້າຍແມ່ນລາຍຮັບຕົ້ນຕໍຂອງຊາວກະສິກອນປູກດອກຝ້າຍທ້ອງຖິ່ນ.

ໃນຊຸມປີມໍ່ໆມານີ້,ການປູກດອກຝ້າຍ ແລະ ວິິທີເກັບຊື້ດອກຝ້າຍໄດ້ເກີດການປ່ຽນແປງທີ່ຍິ່ງໃຫຍ່. ແຕ່ກ່ອນ,ດອກຝ້າຍແມ່ນຊາວກະສິກອນເປັນຜູ້ຮັບຜິດຊອບໃນການເກັບກ່ຽວ, ເຮືອນຂອງທ່ານ ລູເກົ່າຫຼີນ ປູກດອກຝ້າຍຫຼາຍທີ່ສຸດແມ່ນ 5 ​ເຮັກຕາ, ​ແລະ ໃຊ້ເວລາ 2 ເດືອນເພື່ອເກັບກ່ຽວດອກຝ້າຍ. ປະຈຸບັນ, ຄຽງຄູ່ກັບເຄື່ອງຈັກການກະເສດ, ເນື້ອທີ່ປູກດອກຝ້າຍຂອງເຮືອນທ່ານ ລູເກົ່າຫຼີນ​ໄດ້ຮັບການຜັນຂະຫຍາຍເປັນ 64 ​ເຮັກຕາໃນປີນີ້, ການປູກດອກຝ້າຍໄດ້ນຳໃຊ້ເຄື່ອງຈັກໃນການປູກ, ໃຊ້ເຮືອບິນບໍ່ມີຄົນຂັບ (ໂດຣນ) ກະຈາຍຢາປາບສັດຕູພືດ, ​ແລະ ເຄື່ອງຈັກເກັບກ່ຽວດອກຝ້າຍດຳເນີນການເກັບກ່ຽວ,​ບໍ່ພຽງແຕ່ເຮັດໃຫ້ເວລາການເກັບກ່ຽວດອກຝ້າຍສັ້ນລົງເທົ່ານັ້ນ, ລາຍຮັບຂອງຄອບຄົວກໍເພີ່ມຂຶ້ນ. ໃນປີໜ້າ, ທ່ານ ລູເກົ່າຫຼີນ ວາງແຜນທີ່ຈະຮ່ວມມືກັບຊາວກະສິກອນອື່ນໆ, ດ້ວຍການຮ່ວມທຶນປະມານ 6 ລ້ານຢວນເພື່ອຊື້ເຄື່ອງເກັບດອກຝ້າຍ.