ມາຊື່ນຊົມທານນ້ຳແຂງໝິງຢິງຕີຊີງ

2021-11-08 15:46:49 |ມາຈາກ:

ທານນ້ຳແຂງໝິງຢິງ ທີ່ຕັ້ງຢູ່ເມືອງເຕີຊີງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າທິເບດຕີຊີງ ແຂວງຢຸນນານ, ທານນ້ຳແຂງນີ້ເປັນທານນ້ຳແຂງໃນຍຸກສະໄໝໃໝ່ ທີ່ຕັ້ງໃນເສັ້ນຂະໜານລະດັບຕ່ຳ ແລະ ມີລະດັບຕ່ຳຈາກໜ້ານ້ຳທະເລ ​ທີ່ຫາຍາກຢູ່ໃນໂລກ, ມັນຕັ້ງຢູ່ທາງທິດຕາເວັນອອກຂອງເນີນພູຫີມະເມີຍຫຼີ, ມີຄວາມສູງຈາກລະດັບໜ້ານ້ຳທະເລ 6000 ແມັດລົງໄປຮອດເຂດປ່າໄມ້ດຶກດຳບັນທີ່ຄວາມສູງຈາກໜ້ານ້ຳທະເລ 2600 ແມັດ, ທານນ້ຳແຂງມີຄວາມຍາວຫຼາຍກວ່າ 10 ກິໂລແມັດ, ແລະມີຄວາມກວ້າງສະເລ່ຍ 500 ແມັດ, ຮູບຮ່າງຂອງທານນ້ຳແຂງມີການປ່ຽນແປງຢູ່ຕະຫຼອດ ແລະ ພາບວິວທິວທັດຂອງທານນ້ຳແຂງແມ່ນມີຄວາມງົດງາມ ແລະ ມີສະເໜ່.