ຂະບວນລົດໄຟສາກົນຂອງເສັ້ນທາງລົດໄຟລາວ-ຈີນຂະບວນທຳອິດຂອງຈາກນະຄອນຄຸນໝິງມາຮອດນະຄອນຫຼວງວຽງຈັນຢ່າງສຳເລັດຜົນ

2021-12-06 16:32:17 |ມາຈາກ:

ເວລາ 23:10 ໂມງຂອງວັນທີ 4 ທັນວາ ຕາມເວລາຂອງປະເທດລາວ, ຂະບວນລົດໄຟບັນທຸກສິນຄ້າຈາກນະຄອນຄຸນໝິງແຂວງຢຸນນານ ສປຈີນ ໄດ້ມາຮອດນະຄອນຫຼວງວຽງຈັນປະເທດລາວຢ່າງສຳເລັດຜົນ. ນີ້ແມ່ນຂະບວນລົດໄຟສາກົນຂະບວນທຳອິດຂອງເສັ້ນທາງລົດໄຟລາວ-ຈີນທີ່ອອກຈາກຄຸນໝິງ, ພາຍຫຼັງທີ່ໄດ້ເປີດເສັ້ນທາງລົດໄຟລາວ-ຈີນທົ່ວເສັ້ນໃນວັນທີ 3 ທັນວາ. ຂະບວນລົດໄຟບັນຈຸຝຸ່ນຟົດສະເຟດແລະອາຊິດທີ່ຜະລິດໃນປະເທດຈີນ, ສະຖານີດັ່ງກ່າວຈະຊ່ວຍໃນການຂົນສົ່ງສິນຄ້າ, ແຈ້ງພາສີ, ຂົນສົ່ງສິນຄ້າຕໍ່ໄປຍັງປະເທດໄທ.

ປະຈຸບັນ, ໃນສະຖານີລວມມີພະນັກງານບໍລິຫານ ​ແລະ ພະນັກງານເຕັກນິກ​ຂອງຈີນ 9 ຄົນ, ​ແລະ​ພະນັກງານລາວ 59 ຄົນ. ເສັ້ນທາງລົດໄຟລາວ-ຈີນຈະຫຼຸດຜ່ອນເວລາໃນການຂົນສົ່ງສິນຄ້າລະຫວ່າງສອງປະເທດຢ່າງຫຼວງຫຼາຍ​ແລະ ​ຫຼຸດຜ່ອນຄ່າຂົນສົ່ງ. ເສັ້ນທາງລົດໄຟລາວ-ຈີນ ໃນຕອນປະເທດລາວ ສາມາດບໍລິການຂົນສົ່ງສິນຄ້າຢູ່ສະຖານີນາທົ່ມ, ສະຖານີຫຼວງພະບາງ, ສະຖານີວຽງຈັນໃຕ້ ແລະ ສະຖານີອື່ນໆ. ປັດຈຸບັນ, ຄາດວ່າຈະມີສິນຄ້າກວ່າ 1 ແສນໂຕນສົ່ງອອກຈາກສະຖານີວຽງຈັນໃຕ້.