ພາກສ່ວນພາຍໃນປະເທດຈີນ ຂອງເສັ້ນທາງລົດໄຟລາວ-ຈີນ ມີຜູ້ໂດຍສານໃຊ້ບໍລິການຢ່າງຫຼວງຫຼາຍ

2021-12-16 18:02:24 |ມາຈາກ:

ນັບແຕ່ໄດ້ເປີດບໍລິການເສັ້ນທາງລົດໄຟລາວ-ຈີນໃນວັນທີ3ທັນວານີ້, ມາຮອດວັນທີ 8​ທັນວາ, ທາງລົດໄຟຕອນພາຍໃນປະເທດຈີນ (ເສັ້ນທາງລົດໄຟຢູຊີ-ບໍ່ເຕ່ນ) ໄດ້ຮັບສົ່ງຜູ້ໂດຍສານ 1​ແສນກວ່າຄົນ, ​ເພື່ອຕອບສະໜອງຄວາມຕ້ອງການການເດີນທາງຂອງຜູ້ໂດຍສານ,ກຸ່ມບໍລິສັດລົດໄຟຄຸນໝິງໄດ້ເພີ່ມຈຳນວນເວລາອອກລົດໄຟ. ນັບແຕ່ວັນທີ 9​ເປັນຕົ້ນມາ, ຈຳນວນລົດ EMU ທີ່ແລ່ນຢູ່ຕອນຢູຊີ-ບໍ່ເຕ່ນ ຂອງເສັ້ນທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຈາກ 17,5​ຖ້ຽວໃນຕອນທຳອິດຂອງການເປີດບໍລິການເປັນ 25,5 ຖ້ຽວໃນປັດຈຸບັນ.

ເສັ້ນທາງລົດໄຟລາວ-ຈີນ ທິດເໜືອເລີ່ມແຕ່ນະຄອນຄຸນໝິງຂອງຈີນຮອດນະຄອນຫຼວງວຽງຈັນ ປະເທດລາວ ທີ່ຢູ່ທາງທິດໃຕ້, ເສັ້ນທາງນີ້ບໍ່ພຽງແຕ່ມີສະຖານທີ່ທີວທັດງົດງາມຫຼາຍແຫ່ງທີ່ຢູ່ລຽບຕາມເສັ້ນທາງ, ແຕ່ສະຖານີລົດໄຟ ກໍ່ຍັງສວຍງາມຫຼາຍ. ພາກສ່ວນຕອນຢູຊີ-ບໍ່ເຕ່ນພາຍໃນເສັ້ນທາງລົດໄຟລາວ-ຈີນມີສະຖານີລົດໄຟໃໝ່ 11 ​ແຫ່ງ, ສະຖານີລົດໄຟແຕ່ເໜືອເຖິງໃຕ້ ມີຄື ​ສະຖານີເອີຊານ, ສະຖານີຫົວນຽນ, ສະຖານີຢວນຈຽງ, ສະຖານີໂມຈຽງ, ສະຖານີນິງເອີ,​ສະຖານີພູເອີ, ສະຖານີເຢຊຽງກູ, ສະຖານີສິບສອງພັນນາ, ສະຖານີການລານປາ, ສະຖານີເມືອງລາ, ສະຖານີບໍ່ເຕ່ນ, ແຕ່ລະສະຖານີໄດ້ຖືກປະສົມປະສານທິວທັດຂອງທ້ອງຖິ່ນ ແລະ ເອກະລັກຂອງວັດທະນະທຳຊົນເຜົ່າຢ່າງເຕັມສ່ວນ.