ມາສວນສັດປ່າຢຸນນານ ຮ່ວມສະເຫຼີມສະຫຼອງບຸນປີໃໝ່ກຸດຈີນກັບງົວ

2021-02-09 15:40:51 |ມາຈາກ:

ໃນສວນສັດປ່າຢຸນນານມີແຮດຂາວຈາກອາຟຣິກາ,ງົວນົມນ້ອຍຈາກເມືອງຕ້າຫຼີ, ງົວດູລົງຈາກກິ່ງແຂວງນູຈ່ຽງ, ງົວແຂກຂາວຈາກກິ່ງແຂວງດີຊີງ ແລະ ອື່ນໆ.

ເພື່ອຕ້ອນຮັບບຸນປີໃໝ່ກຸດຈີນປີສະຫຼູທີ່ໃກ້ຈະມາເຖິງ, ພະນັກງານໄດ້ກະກຽມໃບຜັກ, ຫົວກາລົດ, ຫຍ້າ ແລະ ໝາກໄມ້ໃຫ້ແກ່ງົວຢູ່ໃນເຂດສວນສັດ, ພ້ອມດຽວກັນນີ້, ພວກເຂົາຍັງໄດ້ຕັ້ງໂຄມໄຟ, ຕິດແຜ່ນຄູ່ຄຳອວຍພອນກຸດຈີນ ແລະ ໂຕອັກສອນພາສາຈີນ “福” (ຄວາມສຸກ) ໃນເຂດສວນງົວ, ເພື່ອໃຫ້ ງົວ ໄດ້ຮ່ວມສະເຫຼີມສະຫຼອງບຸນປີໃໝ່ກຸດຈີນຮ່ວມກັບທຸກຄົນ.

ມາຈາກ: ໜັງສືພິມລາຍວັນຢຸນນານ

ນັກຂ່າວ:ລີຈາ