"ວັນສັດປ່າ ແລະພືດໂລກ" ຄັ້ງທີ 8 ຍິນດີຕ້ອນຮັບທ່ານເຂົ້າຮ່ວມກອງປະຊຸມປະເທດພາຄີສົນທິສັນຍາຊີວະນາໆພັນຄັ້ງທີ 15

2021-03-05 10:09:12 |ມາຈາກ:

ວັນທີ 3 ມີນາ, ແມ່ນ "ວັນສັດປ່າ ແລະພືດໂລກ" ຄັ້ງທີ 8, ຫົວຂໍ້ປີນີ້ແມ່ນ "ປ່າໄມ້ ແລະຊີວິດການເປັນຢູ່: ຮັກສາມະນຸດ ແລະແຜ່ນດິນໂລກ". ຢູ່ແຂວງຢຸນນານ, ໃນໄລຍະ 5 ປີທີ່ຜ່ານມາ, ເນື້ອທີ່ດິນປ່າໄມ້ໄດ້ເພີ່ມຂຶ້ນເປັນ 424 ລ້ານມູ, ປະລິມານການຜະລິດປ່າໄມ້ໄດ້ເພີ່ມຂຶ້ນເປັນ 2,067 ຕື້ແມັດກ້ອນ, ແລະອັດຕາການປົກຫຸ້ມຂອງປ່າໄມ້ໄດ້ເພີ່ມຂຶ້ນເປັນ 65.04%.

ໃນປີນີ້, ກອງປະຊຸມປະເທດພາຄີສົນທິສັນຍາຊີວະນາໆພັນຄັ້ງທີ 15 ຈະຈັດຂຶ້ນຢູ່ຄຸນໝິງແຂວງຢຸນນານ (The fifteenth meeting of the Parties to the Convention on Biological Diversity). ບົດເພງໜຶ່ງເຊີນທ່ານເຂົ້າມາເມືອງຄຸນໝິງເພື່ອເຂົ້າຮ່ວມ COP15 ໃນເວລານັ້ນ, ໃນເມື່ອນັ້ນ, ພວກເຮົາຈະເຊີນທ່ານຮ່ວມກັນຊົມເບິ່ງຄວາມງາມ ແລະຄວາມຫຼາກຫຼາຍຂອງສັດປ່າ ແລະພືດພັນໃນແຂວງຢຸນນານ.