ຮູບຖ່າຍທາງອາກາດຂອງເຂດທ່ອງທ່ຽວພູເຈີເຫີຍ

2021-03-16 16:11:19 |ມາຈາກ:

ລະດູໃບໄມ້ປົ່ງໃນເດືອນມີນາ, ຢູ່ສວນສາທາລະນະດິນຊຸ່ມແຫ່ງຊາດພູເຈີເຫີຍໃນເມືອງຊົວເປີຍ ກິ່ງແຂວງເວີນສານ, ທີ່ຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ຂອງແຂວງຢຸນນານ, ຫຍ້າ, ທະເລສາບ, ທົ່ງນາ, ປ່າໄມ້, ນ້ຳ ແລະ ພູໄດ້ປະສົມປະສານກັນ, ທ້ອງຟ້າສີຟ້າ, ນ້ຳໃສ ແລະ ໝູ່ບ້ານປະກອບກັນເປັນຮູບພາບທີ່ສວຍງາມ.



ສວນພູເຈີເຫີຍມີເນື້ອທີ່ທັງໝົດ 388 ກິໂລຕາແມັດ, ມີເຂດທິວທັດ 265 ຈຸດ, ຍອດພູເຂົາດ່ຽວ 312 ແຫ່ງ, ມີຖ້ຳຜາ 83 ແຫ່ງ, ທະເລສາບມີ 54 ແຫ່ງເຊື່ອມຕໍ່ກັນ, ແລະ ມີພູພຽງດິນຊຸ່ມຄາສ (Karst) 2666,6 ເຮັກຕາ. ວັນທີ 29 ທັນວາປີ 2020, ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ຂອງປະເທດຈີນໄດ້ກຳນົດຢ່າງເປັນທາງການວ່າ ແຫຼ່ງທ່ອງທ່ຽວພູເຈີເຫີຍ ເມືອງຊົວເປີຍ ເປັນສະຖານທີ່ທ່ອງທ່ຽວລະດັບ 5A ລະດັບຊາດ.

ຄວາມສວຍງາມຂອງພູເຈີເຫີຍ, ລໍຖ້າໃຫ້ທ່ານມາຄົ້ນພົບ.

ມາຈາກ:ເວັບໄຊຂອງແຂວງຢຸນນານ

ນັກຂ່າວ:ຈ່ຽງເວີນຝຶງ