ນົກສອງໂຕນີ້ເບິ່ງແປກຕາຫຼາຍ, ພວກມັນກຳລັງເຮັດຫຍັງຢູ່?

2021-03-30 15:54:00 |ມາຈາກ:

ນົກຊະນິດນີ້ມີຊື່ເອີ້ນວ່າເຟີທົວພີທີ, ແລະ ພວກມັນເຮັດແນວນີ້ກໍແມ່ນການຫາຄູ່ຄອງ.

ເມື່ອບໍ່ດົນມານີ້, ພະນັກງານຂອງສູນຄຸ້ມຄອງສວນສາທາລະນາດິນຊຸ່ມແຫ່ງຊາດຊິງຫົວຫາຍເມືອງເປົາຊານໄດ້ບັນທຶກຮູບພາບຫາຍາກຂອງນົກເຟີທົວພີທີກຳລັງເຕັ້ນຢູ່ເທິງທະເລສາບເພື່ອຫາຄູ່, ອີງຕາມຂໍ້ມູນຂ່າວສານ,ນົກເຟີທົວພີທີເກີດແມ່ແພ່ລູກຢູ່ທາງພາກເໜືອ, ແລະ ໃຊ້ຊີວິດຜ່ານລະດູໜາວໃນພາກໃຕ້. ໃນປະຈຸບັນນີ້, ມີນົກເຟີທົວພີທີກວ່າ 50 ໂຕທີ່ຖືກຕິດຕາມກວດກາຢູ່ເຂດດິນຊຸ່ມແຫ່ງຊາດຊິງຫົວຫາຍ, ແລະ ພວກມັນກໍ່ເລີ່ມຍ້າຍໄປທາງພາກເໜືອໃນກາງເດືອນມີນາ.

ແຫລ່ງວີດີໂອ: ສູນຄຸ້ມຄອງສວນສາທາລະນະດິນຊຸ່ມແຫ່ງຊາດຊິງຫົວຫາຍເມືອງເປົາຊານ