ມື້ນີ້ແມ່ນລະດູກູຢີ

2021-04-20 16:23:08 |ມາຈາກ:

ສະພາບອາກາດຄ່ອຍໆຮ້ອນຂຶ້ນໃນເດືອນເມສາ, ໃນວັນທີ 20 ເດືອນເມສາ, ພວກເຮົາໄດ້ຕ້ອນຮັບລະດູກູຢີ ເຊິ່ງເປັນໜຶ່ງໃນ 24 ລະດູການຂອງປະເທດຈີນ (ການນັບລະດູການອີງໃສ່ປະຕິທິນຈີນມີ 24 ລະດູ). ລະດູກູຢີ ແມ່ນລະດູການສຸດທ້າຍໃນລະດູໃບໄມ້ປົ່ງ. ເວລາແມ່ນວັນທີ 19-21 ເດືອນເມສາຂອງທຸກປີ, ລະດູກູຢີ ມີໝາຍຄວາມວ່າສະພາບອາກາດທີ່ໜາວເຢັນ ແລະ ມີຄວາມຊຸ່ມຊື່ນຈະສິ້ນສຸດແລ້ວ, ອຸນຫະພູມຈະຄ່ອຍປ່ຽນເປັນອົບອຸ່ນຂຶ້ນ, ແລະ ຝົນກໍ່ຕົກເພີ່ມຂຶ້ນຢ່າງຫຼວງຫຼາຍ, ເຊິ່ງເປັນຜົນປະໂຫຍດຢ່າງໃຫຍ່ຫຼວງຕໍ່ການເຕີບໃຫຍ່ຂອງພືດພັນທັນຍາຫານ, ແລະ ກໍແມ່ນເວລາທີ່ດີທີ່ສຸດໃນການຫວ່ານແນວພັນພືດ. ຂໍເຊີນທ່ານມາເບິ່ງພາບວີວທີ່ສວຍງາມຂອງໜໍ່ຕົ້ນໄມ້ໃນລະດູໃບໄມ້ປົ່ງ ແລະ ດອກໄມ້ຫຼາຍສີສັນທີ່ເບັ່ງບານເທິງງ່າຕົ້ນໄມ້.

ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ