ທະເລສາບຝູຊ່ຽນແຂວງຢຸນນານ: ລະບົບນິເວດທີ່ມີຄຸນນະພາບສູງ ດຶງດູດນົກຊະນິດຕ່າງໆມາອາໄສຢູ່ທີ່ນີ້

2021-05-11 16:58:57 |ມາຈາກ:

ສວນສາທາລະນະດິນທາມແຫ່ງຊາດ ທະເລສາບຝູຊ່ຽນທີ່ນະຄອນເຊິງຈ່ຽງແຂວງຢຸນນານ ຕັ້ງຢູ່ຝັ່ງເໜືອຂອງທະເລສາບຝູຊ່ຽນ, ເປັນທະເລສາບພູພຽງ ລະບົບນິເວດນ້ຳມີຄຸນນະພາບສູງ ແລະ ຊັບພະຍາກອນພືດ ແລະ ສັດທີ່ອຸດົມສົມບູນ, ດຶງດູດນົກຊະນິດຕ່າງໆເຂົ້າມາແຜ່ພັນ ແລະ ອາໄສຢູ່ທີ່ນີ້.

ຕອນເຊົ້າ, ນົກສະຫງວນຊະນິດຕ່າງໆຈະມາຫາອາຫານ, ບິນຫຼິ້ນທີ່ດິນທາມທະເລສາບ.

ສຳນັກງານຄຸ້ມຄອງທະເລສາບຝູຊ່ຽນນະຄອນຢີ້ຊີ ສຳຫຼວດເຫັນວ່າ ທະເລສາບຝູຊ່ຽນມີນົກ 23 ຊະນິດ, ໃນນັ້ນມີນົກທີ່ພັກຢູ່ດິນທາມ 16 ຊະນິດ, ທັງໝົດ 6300 ກວ່າໂຕ, ພວກມັນດຳລົງຊີວິດຢູ່ທີ່ຝັ່ງເໜືອຂອງທະເລສາບຝູຊ່ຽນຕະຫຼອດປີ.

ຊຸມປີມໍ່ໆມານີ້, ນະຄອນເສິງຈ່ຽງຜ່ານການປະຕິບັດມາດຕະການຕ່າງໆ, ສົ່ງເສີມການປົກປັກຮັກສາທະເລສາບຝູຊ່ຽນ, ຟື້ນຟູດິນທາມທີ່ແຄມຝັ່ງທະເລສາບ, ປູກຕົ້ນໄມ້ໃຫ້ກາຍເປັນປ່າ, ດອກໄມ້, ຫຍ້າ ແລະ ຕົ້ນໄມ້ ແຕ່ລະຊະນິດທີ່ແຕກຕ່າງກັນໄດ້ປະສົມກັບດິນທາມທະເລສາບກາຍເປັນລະບົບນິເວດທີ່ສົມບູນ, ດຶງດູດນົກຊະນິດຕ່າງໆເຂົ້າມາອາໄສຢູ່ທີ່ນີ້. ພາຍໃຕ້ການປົກປັກຮັກສາຂອງອຳນາດການປົກຄອງທ້ອງຖິ່ນ, ຊະນິດຂອງນົກທີ່ເຂົ້າມາອາໄສຢູ່ທີ່ນີ້ນັບມື້ນັບຫຼາຍຂຶ້ນ.

ມາຈາກ: ສູນສື່ມວນຊົນນະຄອນເສິງຈ່ຽງ

ນັກຂ່າວ : ວາງຫານ ຊູວ້ານລິງ ຢາງຫົງລອງ ວາງພິງຟີ