ການຖ່າຍຮູບທາງອາກາດຂອງຖະໜົນອ້ອມພູຂອງຕາແສງລູຈີແຂວງຢຸນນານ

2021-06-15 19:00:38 |ມາຈາກ:

ຕາແສງລູຈີທີ່ຕັ້ງຢູ່ເມືອງຢີເມີນ ນະຄອນຢີຊີແຂວງຢຸນນານ, ເມືອງນີ້ມີພູມສັນຖານເປັນພູເຂົາສູງ, ເສັ້ນທາງອ້ອມພູຖືກສ້າງຂຶ້ນໃນພູສູງ ແລະ ຮ່ອມພູເລິກ, ຈາກມຸມມອງການຖ່າຍຮູບທາງອາກາດ, ຖະໜົນທີ່ອ້ອມພູເບິ່ງຄືກັບສາຍແອວໃນພູພາ ເບິ່ງແລ້ວໜ້າປະທັບໃຈຫລາຍ, ແລະ ບາງສ່ວນຂອງຖະໜົນມີດອກຝາງເບັ່ງບານອອກດອກຢູ່ຂ້າງໆ, ຊ່ວຍເພີ່ມທິວທັດທີ່ສວຍງາມໃຫ້ແກ່ຖະໜົນແຫ່ງນີ້.

ມາຈາກ: ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ: ຊູຍຢົງຈ່າງ ໜຽນຊີນຫົງ