ກຸ່ມນົກກະຈອກເທດ ນ້ອຍຂອງສວນສັດປ່າແຂວງຢຸນນານພົບ ກັບນັກທ່ອງທ່ຽວ

2021-06-22 19:22:58 |ມາຈາກ:

ຊຸມມື້ມໍ່ໆມານີ້, ນົກກະຈອກເທດ ນ້ອຍ ທີ່ມີອາຍຸປະມານສອງເດືອນປາຍທີ່ສວນສັດປ່າແຂວງຢຸນນານ, ໄດ້ພົບໜ້າກັບນັກທ່ອງທ່ຽວ, ນ້ຳໜັກທຸກໂຕເກືອບເຖິງ 20 ກິໂລ, ພວກມັນກຳລັງເຕີບໃຫຍ່ຢ່າງມີສຸຂະພາບແຂງແຮງ, ຖ້າພວກມັນເຕີບໃຫຍ່ແລ້ວ, ນ້ຳໜັກຂອງນົກກະຈອກເທດ ຈະມີເຖິງ 130​ ກິໂລ, ພວກມັນຈະຖືກຍ້າຍໄປລ້ຽງທີ່ເຂດລ້ຽງແບບປ່ອຍຂອງສວນສັດ. ປັດຈຸບັນນີ້, ມື້ໜຶ່ງ, ນົກກະຈອກເທດ ນ້ອຍ 20 ໂຕຕ້ອງກິນອາຫານ ເຖິງ 20 ກິໂລ, ນອກຈາກ ຜັກກາດຂຽວ, ຫຍ້າ ແລ້ວ ພະນັກງານຍັງກຽມອາຫານທີ່ສັດ ປະເພດນົກມັກກິນ. ນົກກະຈອກເທດ ນ້ອຍຍັງກິນຫີນນ້ອຍເທິງໜ້າດິນ, ເພື່ອຊ່ວຍຍ່ອຍອາຫານຂອງພວກມັນເອງ.

ຢູ່ໃນສວນສັດ, ທ່າທາງອັນໜ້າຮັກຂອງນົກກະຈອກເທດ ດຶງດູດໃຫ້ຊາວເມືອງທີ່ພາເດັກນ້ອຍມານຳເຂົ້າມາເບິ່ງຢ່າງໃກ້ຊິດ.

ມາຈາກ: ເວັບໄຊຢຸນນານ

ນັກຂ່າວ: ຈ່າງເສີງ