ພາບເຫດການເຄື່ອນຍ້າຍອົບພະຍົບຂອງລີງສີຄຳຢຸນນານຫຼາຍຮ້ອຍໂຕ,ທ່ານເຄີຍເຫັນບໍ?

2021-09-29 16:09:42 |ມາຈາກ:

ເມື່ອບໍ່ດົນມານີ້, ຜູ້ຮັກສາປ່າໄມ້ ທີ່ເຂດສະຫງວນທຳມະຊາດລະດັບແຂວງ ຢຸນລິງລານພິງ ແຂວງຢຸນນານ, ໄດ້ຖ່າຍຮູບການເຄື່ອນຍ້າຍອົບພະຍົບຂອງລີງສີຄຳຢຸນນານ. ຜູ້ຮັກສາປ່າໄມ້ ໄດ້ນັບຈໍານວນລີງສີຄຳຢຸນນານວ່າມີປະມານ 200 ໂຕ, ແລະ ພາບເຫດການຕົວຈິງກໍໜ້າປະທັບໃຈຫຼາຍ.

ເຂດສະຫງວນທຳມະຊາດລະດັບແຂວງ ຢຸນລິງລານພິງ ແຂວງຢຸນນານ ຕັ້ງຢູ່ເມືອງລານພິງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າລີຊູນູຈ່ຽງ ແຂວງຢຸນນານ. ນັບແຕ່ປີ 2015 ເປັນຕົ້ນມາ, ຫ້ອງການຄຸ້ມຄອງແລະປົກປັກຮັກສາເຂດສະຫງວນໄດ້ດຳເນີນໂຄງການຟື້ນຟູ ແລະ ປູກຕົ້ນໄມ້ ໃນທີ່ຕັ້ງພູມລຳເນົາທີ່ຢູ່ອາໄສ ແລະ ເສັ້ນທາງຂອງລີງສີຄຳຢຸນນານ. ຜ່ານຄວາມພະຍາຍາມຢ່າງຕໍ່ເນື່ອງ, ຈໍານວນລີງສີຄໍາຢຸນນານທີ່ຢູ່ໃນເຂດສະຫງວນແມ່ນເພີ່ມຂຶ້ນຢ່າງຕໍ່ເນື່ອງ. ມາຮອດປັດຈຸບັນ, ຈໍານວນລີງສີຄໍາຢຸນນານໄດ້ເພີ່ມຂຶ້ນເປັນປະມານ 540 ໂຕ.

ອີງຕາມການວິເຄາະຂອງຜູ້ຊ່ຽວຊານໃນເຂດສະຫງວນ, ຄຽງຄູ່ກັບຈໍານວນຂອງລີງສີຄໍາຢຸນນານທີ່ເພີ່ມຂຶ້ນ, ແລະ ພູມລຳເນົາທີ່ຢູ່ອາໄສຂອງລີງມີການຂະຫຍາຍຢ່າງຕໍ່ເນື່ອງ, ຈຶ່ງເກີດມີປາກົດການເຄື່ອນຍ້າຍອົບພະຍົບຂອງລີງສີຄໍາຢຸນນານ.

ນັກຂ່າວ ຕິງນີງ