ປ່າຕົ້ນຈາມຈຸລີນ້ຳຂອງຄຸນໝິງເປັນສີແດງ

2021-12-08 16:47:24 |ມາຈາກ:

ຫວ່າງມໍ່ໆມານີ້, ຕົ້ນຈາມຈຸລີນ້ຳ ທີ່ຢູ່ເຂດດິນຊຸ່ມປ່າຕົ້ນຈາມຈຸລີນ້ຳ ບ້ານຕ້ຽນເວີຍ ເຂດພານຫລົງ ເມືອງຄຸນໝິງ ໄດ້ເຂົ້າສູ່ໄລຍະການຊົມເບິ່ງ, ພາຍໃຕ້ແສງຕາເວັນຂອງລະດູໜາວທີ່ອົບອຸ່ນ, ປ່າຕົ້ນຈາມຈຸລີນ້ຳປຽບເໝືອນຮູບແຕ້ມນ້ຳມັນທີ່ສວຍງາມ. ໃນຊຸມປີມໍ່ໆມານີ້, ທ້ອງຖິ່ນໄດ້ເພີ່ມທະວີການປົກປັກຮັກສາລະບົບນິເວດ, ເຮັດໃຫ້ມັນເປັນທີ່ຢູ່ອາໄສຂອງສັດ ແລະພືດຈໍານວນຫຼາຍ.