ຢູ່ທີ່ນີ້, ມີນົກອົບພະຍົບຫຼາຍກວ່າ 120,000 ໂຕມາ ດຳລົງຊີວິດໃນລະດູໜາວຂອງທຸກໆປີ

2021-01-06 18:09:13 |ມາຈາກ: Yunnan Gateway

ເຂດສະຫງວນທຳມະຊາດລະດັບແຂວງ ດິນຊຸ່ມພູພຽງລາຊືຫາຍ ຕັ້ງຢູ່ເມືອງລີ້ຈ່ຽງທິດຕາເວັນຕົກສ່ຽງເໜືອຂອງແຂວງຢຸນນານ.“ລາຊືຫາຍ” ແມ່ນເຂດສະຫງວນທຳມະຊາດແຫ່ງທຳອິດທີ່ຕັ້ງຊື່ຕາມເຂດດິນຊຸ່ມ, ມີເນື້ອທີ່ 10 ກິໂລຕາແມັດ.

ຮອດເວລາ 4 ໂມງແລງ, ໄດ້ຍິນວ່າມັນແມ່ນເວລາເບິ່ງນົກທີ່ດີທີ່ສຸດຂອງມື້. ທ່ານມາເບິ່ງ, ຜູ້ຊ່ຽວຊານ ແລະ ຄູອາຈານທີ່ຄົ້ນຄວ້າດ້ານນົກອົບພະຍົບກຳລັງຖ່າຍຮູບນົກຢູ່ທີ່ນີ້.

ໃນຊຸມປີມໍ່ໆມານີ້, ເພື່ອປົກປັກຮັກສາດິນຊຸ່ມ, ກິດຈະກຳການທ່ອງທ່ຽວອ້ອມຂ້າງລາຊືຫາຍໄດ້ຖືກຍົກເລີກ. ປັດຈຸບັນນີ້,ລາຊືຫາຍບໍ່ພຽງແຕ່ມີທ້ອງຟ້າສີຟ້າ, ນ້ຳໃສ ແລະ ມ້າທີ່ໜ້າຮັກ, ແຕ່ຍັງມີນົກອົບພະຍົບ 120,000 ໂຕທີ່ມາທີ່ນີ້ເພື່ອດຳລົງຊີວິດໃນລະດູໜາວຂອງທຸກໆປີ, ແລະມີນົກຫລາຍກວ່າ 250 ປະເພດທີ່ອົບພະຍົບມາໃຊ້ຊີວິດຢູ່ທີ່ນີ້.