ການເຕີບໃຫຍ່ຢ່າງແຂງແຮງຂອງລິງແຂນຍາວຄີ້ວຂາວເກົ່າລີກົງ ເມືອງຢິງຈ່ຽງແຂວງຢຸນນານ

2021-01-13 17:08:05 |ມາຈາກ: Yunnan Gateway

ວັນທີ 22 ທັນວາ ປີ 2020, ຢູ່ບ້ານຊຽງປາຍ ເມືອງຢິງຈ່ຽງ ກິ່ງແຂວງປົກຂອງຕົນເອງຊົນເຜົ່າຈີງໂປຊົນເຜົ່າໄທລື້ ທີ່ຕັ້ງຢູ່ພາກຕາເວັນຕົກແຂວງຢຸນນານ, ນັກຂ່າວທ້ອງຖິ່ນ ແລະນັກຖ່າຍຮູບນິເວດ ຖ່າຍຮູບໄດ້ຮູບແມ່ແລະລູກລິງແຂນຍາວຄີ້ວຂາວເກົ່າລີກົງ. ຜ່ານການສົມທຽບໂດຍນັກຊ່ຽວຊານ ໄດ້ຢືນຢັນວ່າ, ແມ່ແລະລູກລີງທີ່ບັນທຶກພາບໄດ້ໃນຄັ້ງນີ້ ແມ່ນຄູ່ດຽວກັນກັບລີງແຂນຍາວຄີ້ວຂາວເກົ່າລີກົງແມ່ແລະລູກທີ່ຖືກຈັບໄດ້ໃນສອງປີກ່ອນນັ້ນ.

ໃນເວລານັ້ນ, ລີງນ້ອຍແຂນຍາວຄີ້ວຂາວເກົ່າລີກົງ ຫາກໍ່ເກີດໄດ້ບໍ່ດົນປານໃດ, ແລະຂົນຂອງມັນແມ່ນສີຂາວນໍ້ານົມ. ດຽວນີ້, ຂົນຂອງບັກນ້ອຍນັ້ນໄດ້ກາຍເປັນສີດຳແລ້ວ, ແລະສາມາດເລາະຫາອາຫານກິນ ຫລືຫຼີ້ນຢູ່ໃກ້ໆນັ້ນດ້ວຍຕົວມັນເອງ. ນອກຈາກນັ້ນ, ນັກຂ່າວທ້ອງຖິ່ນແລະນັກຖ່າຍຮູບນິເວດຍັງຖ່າຍໄດ້ຮູບທີ່ລໍ້າຄ່າຂອງລິງແຂນຍາວຄີ້ວຂາວເກົ່າລີກົງຊຸມອື່ນໆທີ່ພວມເຄື່ອນໄຫວຢູ່ໃນປ່າດົງນັ້ນ.

ຕາມຮູ້ວ່າ, ລີງແຂນຍາວຄີ້ວຂາວເກົ່າລີກົງ ແມ່ນລີງປະເພດດຽວເທົ່ານັ້ນ ທີ່ໄດ້ຮັບການຕັ້ງຊື່ໂດຍນັກວິທະຍາສາດຈີນ, ມັນແມ່ນສັດສະຫງວນຊັ້ນທີໜຶ່ງຂອງປະເທດຈີນ, ແລະຈຳນວນຂອງຝູງນີ້ທີ່ມີຢູ່ພາຍໃນປະເທດຈີນ ແມ່ນມີປະມານ 150 ໂຕ.

ນັກຂ່າວ: ຢີງອີຫູ ຢີງອີເຝີຍ ຖ່າຍຮູບ: ຈູປ່ຽນຢອງ ຈ່າງເຣິນເຖົາ