ນົກຂວາທ້ອງຂາວ 500 ກວ່າໂຕໄດ້ເຕົ້າໂຮມຢູ່ທະເລສາບນຽນເມືອງຫູຍເຈີແຂວງຢຸນນານ

2021-01-22 18:42:13 |ມາຈາກ: Yunnan Gateway

ນັບຕັ້ງແຕ່ລະດູໜາວປີນີ້ເປັນຕົ້ນມາ, ຜ່ານການຕິດຕາມກວດກາໄດ້ພົບວ່າ,ຈຳນວນນົກຂວາທ້ອງຂາວ ໃນເຂດປ່າສະຫງວນທຳມະຊາດແຫ່ງຊາດນົກຍາງຄໍດຳ ໃນເມືອງຫູຍເຈີ ໄດ້ເພີ່ມຂຶ້ນ, ເຊິ່ງມີປະມານ 500 ໂຕໃນປີນີ້.

ນົກຂວາທ້ອງຂາວ ສ່ວນໃຫຍ່ແຈກຢາຍຢູ່ຕາມເຂດພູດອຍໃນພາກຕາເວັນຕົກສ່ຽງໃຕ້ຂອງຈີນ, ນົກນີ້ອາໄສຢູ່ໃນເຂດພູເຂົາທີ່ມີຄວາມສູງຫ່າງຈາກລະດັບໜ້ານ້ຳທະເລ 2000-4000 ແມັດ. ນົກນີ້ເປັນປະເພດນົກສະຫງວນອັນສຳຄັນລະດັບທີ 2 ແຫ່ງຊາດ, ນົກໂຕຜູ້ມີຄວາມຍາວປະມານ 1,4 ແມັດ,ແລະນົກໂຕແມ່ມີຄວາມຍາວປະມານ 0,6 ແມັດ, ນົກຂວາທ້ອງຂາວກິນພືດກະສິກຳ, ແກ່ນຫຍ້າ, ໜໍ່ໄມ້ ແລະ ແມງໄມ້.

ນັກຂ່າວ ເຊີນນານຢິງ ລິວຢຸນເຊີງ ຈ່ຽງກຸຍໂຢ