ການຍຳຊາຂອງຊົນເຜົ່າຈີນົ້ວ

2021-01-26 15:52:05 |ມາຈາກ: Yunnan Gateway

ຢູ່ຕາແສງຊົນເຜົ່າຈີນົ້ວ ພູຈີນົ້ວ ເມືອງຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ສິບສອງພັນນາ ແຂວງຢຸນນານ, ຊົນເຜົ່າຈີນົ້ວໄດ້ດຳລົງຊີວິດຢູ່ທີ່ນີ້.

ຊົນເຜົ່າຈີນົ້ວຄົ້ນພົບຄຸນຄ່າຂອງຊາ, ແລະ ເຂົ້າໃຈວິທີການດື່ມຊາ ແລະ ເລີ່ມຕົ້ນປູກຊາ. ຊາວຊົນເຜົ່າຈີນົ້ວບໍ່ພຽງແຕ່ໃຊ້ຊາເປັນເຄື່ອງດື່ມ, ແຕ່ຍັງໃຊ້ຊາເປັນວັດຖຸປຸງແຕ່ງອາຫານ, ປະກອບເປັນວັດທະນະທຳຊາທີ່ມີສີສັນອຸດົມສົມບູນ ແລະ ມີລັກສະນະພິເສດ. ການຍຳຊາ ແມ່ນວິທີການກິນຊາແບບບູຮານແບບໜຶ່ງຂອງຊາວຊົນເຜົ່າຈີນົ້ວ, ແລະ ມັນແມ່ນໜຶ່ງໃນມໍລະດົກວັດທະນະທຳຊາອັນເປັນເອກະລັກທີ່ສຸດຂອງພວກເຂົາ.

ແຕ່ກ່ອນ, ພຽງແຕ່ ປະສົມ ໃບອ່ອນຂອງຊາພູເອີກັບເກືອ, ໝາກເຜັດ, ຜັກທຽມ, ໃບຂີ້ຫູດ, ໃບກະວານ ແລະ ເຄື່ອງປຸງເຄື່ອງເທດອື່ນໆ, ຕຳເຂົ້າກັນຈົນມຸ່ນ, ແລະ ສຸດທ້າຍຕື່ມນ້ຳລົງໄປ, ຍຳຊາຂອງຊົນເຜົ່າຈີນົ້ວ ທີ່ມີເອກະລັກກໍໄດ້ສຳເລັດແລ້ວ. ເມື່ອລອງຊິມຍຳຊາເຂົ້າໄປ ແມ່ນມີລົດຊາດ ເຢັນ, ເຄັມແລະເຜັດ, ສົດຊື່ນແລະມີກິ່ນຫອມ.ໃນລະດູທີ່ແຕກຕ່າງກັນ,ວັດຖຸດິບໃນການຍຳຊາກໍມີຄວາມແຕກຕ່າງ.ຄຽງຄູ່ ກັບການສືບຕໍ່ທົດລອງຂອງປະຊາຊົນ, ການຍຳຊາໄດ້ຄ່ອຍໆພັດທະນາເປັນແກງ.

ໃນປະຈຸບັນນີ້, ມີຫຼາຍກ່ວາ 140 ຄົວເຮືອນໃນບ້ານຢ້ານົ້ວ, ແລະ ທຸກຄົວເຮືອນ ແມ່ນອາໄສຂະແໜງການຊາເປັນຕົ້ນຕໍໃນການຫາລ້ຽງຊີບ, ຕົ້ນຊາ ເກົ່າແກ່ທີ່ປູກຢູ່ບ້ານຢ້ານົ້ວ ມີປະມານ 186 ເຮັກຕາ, ແລະ ຊາໃນຮູບແບບລະບົບນິເວດປະມານ 200 ເຮັກຕາ, ໂດຍອີງໃສ່ ສະຫະກອນຊາ ສອງແຫ່ງໃນບ້ານ, ແລະ ຂະແໜງການຊາ, ຊີວິດໃນບ້ານກໍ່ຈະເລີນຮຸ່ງເຮືອງຂຶ້ນຫຼາຍ.

ໃນຄວາມປະທັບໃຈ ຂອງ ທ້າວ ເຊຍຈີ ຊາວບ້ານຢ້ານົ້ວ , ຄົນຫຼາຍລຸ້ນລ້ວນແຕ່ໄດ້ປູກ ແລະ ປຸງແຕ່ງຊາ. ດຽວນີ້, ທ້າວ ຈີປ່າຍ ລູກຊາຍຂອງເຊຍຈີ, ໄດ້ເລີ່ມປູກຊາ ແລະ ປະກອບອາຊີບໃນຂະແໜງການຊາ. ທ້າວ ຈີປ່າຍ ຍັງຫວັງວ່າລູກຊາຍຂອງລາວຫຼັງຈາກຮຽນຈົບແລ້ວ ຈະສາມາດສືບຕໍ່ກັບຄືນບ້ານເກີດຂອງຕົນເພື່ອ ພັດທະນາຂະແໜງການຊາ.

ນັກຂ່າວ ລົວຢຸນ ວັງຊົວ ຢາງເຈ່ຍເຈຍ