ຍ່າງເຂົ້າໄປຮ້ານຂາຍປຶ້ມຊ່ຽນເຟິງຊາຊີ່ຊົນເຜົ່າປາຍ

2021-02-09 15:37:55 |ມາຈາກ:

ຮ້ານຂາຍປຶ້ມຊ່ຽນເຟິງຊາຊີ່ຊົນເຜົ່າປາຍແມ່ນຮ້ານຂາຍປຶ້ມທີ່ມີຫົວຂໍ້ເປັນຊົນເຜົ່ານ້ອຍທີ່ຢູ່ຊົນນະບົດ, ເຊິ່ງໄດ້ເປີດເປັນທາງການໃນເດືອນ ສິງຫາ ປີ 2020.

ອາຄານ ແລະ ບັນຍາກາດໃນຮ້ານຂາຍປື້ມແມ່ນເປັນແບບເມືອງຕ້າຫຼີ, ຮ້ານນີ້ໄດ້ຄັດເລືອກເອົາປື້ມດີໆຈຳນວນຫຼວງຫຼາຍເຊັ່ນ ວັດທະນະທຳ ແລະ ປະຫວັດສາດຂອງແຂວງຢຸນນານ, ໂສມໜ້າເມືອງຕ້າຫຼີ, ບັນດາຊົນເຜົ່າ ແລະອື່ນໆ,ແລະ ຍັງມີຜະລິດຕະພັນດ້ານວັດທະນະທຳແລະປະດິດສ້າງເກືອບ 100 ປະເພດ,ເຊິ່ງ ຖືກອອກແບບດ້ວຍອົງປະກອບ ປະເພນີພື້ນເມືອງຊົນເຜົ່າປ່າຍ, ໂສມໜ້າເມືອງຊາສີ່ , ການທ່ອງທ່ຽວຢຸນນານ ແລະ ອື່ນໆ, ພ້ອມທັງມີຮ້ານກາເຟກະວີນິພົນພາຍໃນຮ້ານຂາຍປຶ້ມ. ຮ້ານຂາຍປຶ້ມຍັງຈັດກິດຈະກຳຕ່າງໆ ແລະ ການເຄື່ອນໄຫວການປະດິດສ້າງດ້ານສິລະປະ, ວັນນະຄະດີ ແລະ ກະວີ. ທາງຮ້ານຂາຍປຶ້ມກຳລັງວາງແຜນໂຄງການສູນກາງການຂຽນຂອງນັກຂຽນສາກົນ ແລະ ໂຄງການຂະຫຍາຍຮ້ານຂາຍປື້ມ ທີ່ວາງແຜນ ຈະກໍ່ສ້າງໃຫ້ສຳເລັດໃນສອງປີ.

ມາຈາກ: ໜັງສືພິມລາຍວັນຢຸນນານ

ນັກຂ່າວ:ເຢົາເຊິງເຊິງ