ຈາກເທດສະການທັບນ້ຳກ້ອນໄປສູ່ຕົວເມືອງນ້ຳກ້ອນໃນຈີນຕະນາການ

2021-02-22 15:54:34 |ມາຈາກ:

ທຸກປີຍາມເຂົ້າສູເດືອນທັນວາ, ຢູນະຄອນຄຸນໝິງທິດຕາເວັນຕົກສຽງໃຕຂອງຈີນ ຍັງມີແສງແດດແຮງກາ ແລະ ນະຄອນຫຼວງວຽງຈັນປະເທດລາວທີ່ຢູໃຕລົງໄປກວານັ້ນ ຜູຄົນຍັງນຸງເຄື່ອງນຸງເພື່ອລະບາຍຄວາມຮອນອົບເອົ້າຢູ, ແຕຢູແຂວງເຫີຍຫຼົງຈຽງ(Heilongjiang Province)ທີ່ພາກຕາເວັນອອກສຽງເໜືອຂອງຈີນ ຢູນີ້ ແມນໂລກທີ່ເຕັມໄປດວຍຫິມະນໍ້າກອນແລວ.

ແມນໍ້າຊົງຮວາຈຽງ(Songhuajiang River)ໃນນາມທີ່ເປັນສາຂາແມນໍ້າທີ່ໃຫຍທີ່ສຸດຂອງແຂວງເຫີຍຫຼົງຈຽງ ເຊິ່ງເປັນໜຶ່ງໃນແມນໍ້າໃຫຍທີ່ສຸດໃນທັງໝົດ 7 ແມນໍ້າຂອງປະເທດຈີນ, ໄດໄຫຼຊອດຜານຕົວເມືອງຮາບິນ. ຢູເທິງຝັ່ງນໍ້າເບື້ອງດອນສຸລິຍາຂອງແມນໍ້າຊົງຮວາຈຽງ ເນືອງຈາກວາຢູແມນໍ້າທາງເທິງມີເຂື່ອນຫີນກັນນໍ້າແຫງໜຶ່ງ, ຈຶ່ງເຮັດໃຫໜານໍ້າກວາງຄືໜອງໃຫຍ. ນໍ້າຢູທີ່ນີ້ເກືອບວາບໄຫຼບຕີງເລີຍ, ຍາມລະດູໜາວມາເຖິງ, ນໍ້າໃນບອນນີ້ຈະເປັນນໍ້າກອນໄວທີ່ສຸດ ແລະ ມີຄວາມໜາທີ່ສຸດ. ໃນວັນທີ 7 ເດືອນທັນວາຂອງທຸກປີ ຈະມີເທດສະການເກັບນໍ້າກອນທີ່ສືບທອດກັນມາເປັນຮອຍປີຂອງນະຄອນຮາບິນ(Ha’erbin City)ເປີດສາກຂຶ້ນຢູທີ່ນີ້.

ເທດສະການເກັບນໍ້າກອນຮາບິນ ຕອງຈັດພິທີຕາມປະເພນີ 6 ຢາງ ເຊັ່ນ: ທຸງຕອນຮັບລົມ, ກອງດັງກອງສະເທືອນທອງຟາ, ຄຳອວຍພອນ, ເຫຼົ້າອອກເດີນທາງ, ເກັບນໍ້າກອນກອນທຳອິດ, ຜູກມັດເຊືອກນຳໂຊກ. ໃນມື້ບຸນ ຜູຄົນເຕົ້າໂຮມກັນຢູເທິງໜານໍ້າກອນທີ່ໜາແໜນ, ທຸງຕອນຮັບລົມປິວສະບັດຕາມລົມ, ສຽງກອງດັງກອງກັງວານທອງຟາເຮັດໃຫເສັ້ນເລືອດຂອງຄົນຟົດຟື້ນຂຶ້ນ, ຫຼັງຈາກຜູນຳເກັບນໍ້າກອນທອງຄຳເກັບນໍ້າກອນອັນເກົ່າແກແລວຜູຄົນກໍໄດກິນເຫຼົ້າອອກເດີນທາງລົງທອງແລະ ຮວມກັນເກັບນໍ້າກອນກອນທຳອິດທີ່ເປັນເຄື່ອງໝາຍສະທອນຄວາມຜາສຸກ ແລະ ສິລິມຸງຄຸນ. ເມື່ອໄດມັດເຊືອກແດງໃຫນໍ້າກອນກອນທຳອິດແລວ ກິດຈະກຳທີ່ມີເອກະລັກພິເສດຈຶ່ງສຳເລັດ,ໃນເວລານີ້ໜາແມ່ນໍ້າທີ່ກວາງສຸດສາຍຕາກໍກາຍເປັນ “ດິນນາ” ທີ່ກວ້າງໃຫຍມະຫາສານ, ຜົນເກັບກຽວນັ້ນກໍຄືນໍ້າກອນ.

ເກັບນໍ້າກອນ, ຕອງຕັດເສັ້ນເກັບນໍ້າກອນໃນໜານໍ້າກອນກອນ. ເສັ້ນເກັບນໍ້າກອນຕອງຕັດເປັນຮູບສີ່ແຈສາກ ຍາວ 1,6 ແມັດ ກວາງ 0,8 ​ແມັດ, ແລວຈະມີກຳມະກອນເກັບນໍ້າກອນເອົານໍ້າກອນແຕລະກອນອອກມາ. “ຄວາມໜາຂອງນໍ້າກອນຕອງຮອດ 30 ຊັງຕີແມັດ, ນໍ້າກອນແບບນີ້ຈຶ່ງເໝາະສົມໃນການເຮັດຮູບແກະສະຫຼັກ.” ຜູນຳພາເກັບນຳກອນທີ່ມີປະສົບການ 30 ກວາປີບອກໃຫຮູຄືແນວນັ້ນ.

ເມື່ອ 100 ປີກອນ, ຜູເກັບນໍ້າກອນເລີ່ມເກັບນໍ້າກອນທີ່ແມນໍ້າຊົງຮວາຈຽງ, ​ນໍ້າກອນທີ່ເກັບມານັ້ນ ໃຊໃນການສາງຫອງເຢັນໃຕດິນ ແລະ ສາງນໍ້າກອນເພື່ອເກັບຮັກສາອາຫານ, ສຳລັບນໍ້າກອນທີ່ເຫຼືອນັ້ນຈະເອົາມາແກະສະຫຼັກຮູບ. ໃນປີມໆມານີ້, ຄຽງຄູກັບການຍົກລະດັບຂອງຄວາມຕອງການການບໍລິໂພກຂອງການທອງທຽວຫິມະນໍ້າກອນ, ນະຄອນຮາບິນໄດສາງກິດຈະກຳຕາມປະເພນີເກັບນໍ້າກອນມາເປັນເທດສະການເກັບນໍ້າກອນທີ່ມະໂຫລານ, ໃນລະດູໜາວຂອງແຕລະປີໄດດຶງດູດນັກທອງທຽວພາຍໃນ ແລະ ຕາງປະເທດມາສຳຜັດຕົວຈິງ, ພອມກັນຊິມລົດຊາດຕົ້ມກຽວແຂງ, ຮອຍຄົນຫົດນໍ້າໃຫເປັນນໍ້າກອນ, ງານລຽງຫິມະນໍ້າກອນທີ່ມີເອກະລັກ ແລະ ກິດຈະກຳທີ່ໜາປະທັບໃຈ.

ພາຍໃຕການພັດທະນາຂອງເສດຖະກິດ ແລະ ເຕັກໂນໂລຊີ, ຜູຄົນບຕອງການໃຊຫອງເຢັນໃຕດິນ ແລະ ສາງນໍ້າກອນມາເກັບຮັກສາອາຫານອີກແລວ, ນໍ້າກອນທີ່ເກັບມາຈາກພິທີອັນເກົ່າແກເຫຼົ່ານີ້ ໃນປັດຈຸບັນມີບອນໄປແຫງໃໝ ນັ້ນກໍຄື ໂລກແຫງຫິມະນໍ້າກອນຮາບິນ(Harbin ice-Snow World).

ປີ 1999, ເພື່ອການຕອນຮັບປີໃໝຄົບຮອບພັນປີອີກຮອບໃໝ, ນະຄອນຮາບິນທີ່ມີນາມມະຍົດເປັນ “ຕົວເມືອງແຫງນໍ້າກອນຂອງຈີນ” ນັ້ນ ໄດປຸກສາງໂລກທີ່ປະກອບຂຶ້ນດວຍເຄື່ອງແກະສະຫຼັກນໍ້າກອນແທໆ. ມາຮອດ ປີ 2020 ໂລກແຫງຫິມະນໍ້າກອນຮາບິນໄດຈັດຂຶ້ນມາເປັນ 22 ຊດແລວ.

ນີ້ແມນສວນສະໜຸກຫິມະນໍ້າກອນທີ່ສາງດວຍຫິມະແທຈິງແລະ ນໍ້າກອນແທຈິງ, ມີເນື້ອທີ່ 600 ພັນຕາລາງແມັດ, ແລະ ສວນດັ່ງກາວໄດອາໄສທິວທັດເຄຫາສະຖານຫິມະນໍ້າກອນທີ່ມີພຽງແຕແຫງດຽວໃນໂລກ, ລາຍການບັນເທີງທີ່ຈັບໃຈ ແລະ ກິດຈະກຳອັນມວນຊື່ນ ໄດສາງຄວາມຝັນແຫງຫິມະນໍ້າກອນທີ່ເຕັມໄປດວຍຄວາມສະໜຸກ ແລະ ຄວາມມວນຊື່ນ.

ຈາວຢຽນ ທີ່ມາຈາກຕົວເມືອງພາກໃຕຂອງຈີນ, ໄດສຳຜັດຄວາມມະຫັດສະຈັນ ແລະ ຄວາມຮູສຶກໃນຝັນຂອງໂລກແຫງຫິມະນໍ້າກອນເປັນຄັ້ງທຳອິດ, ລາວໄດແຊຮູບພາບແກະສະຫຼັກນໍ້າກອນຫຼາຍຮູບລົງ Moment ຂອງວີແຊັດ, ແລະ ໄດຂຽນໂຕໜັງສືໃສວາ: ຖາສາມາດເປັນເຈົ້າຊີວິດໃນໂລກນິຍາຍເດັກຂອຍຫວັງຢາງຍິ່ງວາຈະເລີ່ມຕົ້ນຈາກ ຫໍປະສາດຂອງໂລກແຫງຫິມະນໍ້າກອນຮາບິນນີ້ລະ.