"ສະບາຍດີ, ຫຼີຫວນຢິງ": ອຸທິດໃຫ້ແມ່ທຸກຄົນ

2021-02-23 16:25:30 |ມາຈາກ:

ເມື່ອບໍ່ດົນມານີ້, ລາຍຮັບ ແລະ ຊື່ສຽງການບອກຕໍ່ກັນ ຂອງຮູບເງົາເລື່ອງ "ສະບາຍດີ, ຫຼີຫວນຢິງ(Li Huanying)" (ຊື່ພາສາອັງກິດແມ່ນHi, Mom )ທີ່ກຳກັບການສະແດງໂດຍ ທ່ານນາງ ຈາຫຼີນ ກຳລັງເພີ່ມຂຶ້ນ. ຮູບເງົາບອກເລົ່າ ເລື່ອງຂອງແມ່ ແລະ ລູກສາວ. ຫລັງຈາກແມ່ໄດ້ພົບກັບອຸ​ບັດ​ຕິ​ເຫດ​ທາງ​ລົດ, ນາງ ຈາຊຽວຫຼີນ ລູກສາວໄດ້ຍ້ອນກັບຄືນໄປອະດີດໃນປີ 1981 ໂດຍຜ່ານຫ້ອງຄົນເຈັບ, ແລະໄດ້ພົບກັບນາງ ຫຼີຫວນຢີງ ແມ່ຂອງຕົນໃນໄວໜຸ່ມ, ແລະ ສອງຄົນໄດ້ກາຍເປັນເອື້ອຍນ້ອງທີ່ຮັກແພງກັນ. ຫລັງຈາກຍ້ອນເວລາກັບຄືນໄປ, ລູກສາວພະຍາຍາມຢາກປ່ຽນຊະຕາກຳຂອງແມ່, ແລະ ຄິດຫາວິທີເພື່ອເຮັດໃຫ້ແມ່ໃນໄວໜຸ່ມນັ້ນມີຄວາມສຸກ . ແຕ່ສິ່ງທີ່ບໍ່ຄາດຄິດກໍຄືວ່າ, ແມ່ກໍໄດ້ຍ້ອນກັບໄປອະດີດເຊັ່ນກັນແລະ ໄດ້ ຮ່ວມມືຢ່າງງຽບໆກັບລູກສາວໃນປີ 1981.