ມາເມືອງຄຸນໝິງເບິ່ງດອກຜັກນໍ້າມັນທີ່ມີສີສັນ

2021-03-15 17:52:26 |ມາຈາກ:

ເມື່ອບໍ່ດົນມານີ້, ໃນເຂດນາທົດລອງຂອງມະຫາວິທະຍາໄລກະສິກຳຢຸນນານ, ດອກຜັກນໍ້າມັນທີ່ມີຫລາຍສີເຊັ່ນ ສີຂາວ, ສີສົ້ມ, ສີບົວ, ສີມ່ວງ ແລະ ສີອື່ນໆ, ດອກຜັກນ້ຳມັນເຫຼົ່ານີ້ໄດ້ເບັ່ງບານອອກດອກ.

ອີງຕາມຂໍ້ມູນຂ່າວສານ, ດອກຜັກນໍ້າມັນເຫຼົ່ານີ້ໄດ້ຖືກນຳເຂົ້າຈາກແຂວງເຈີ້ຈຽງ ແລະ ແຂວງຈຽງຊີ,ໂດຍສູນຄົ້ນຄ້ວາວິສະວະກຳຂະແໜງການກະສິກຳພິເສດຕ້ຽນຖາຍແຂວງຢຸນນານຂອງມະຫາວິທະຍາໄລກະສິກຳຢຸນນານ , ແລະ ດຳເນີນການປູກສະແດງເປັນຕົວຢ່າງ.

ດອກຜັກນໍ້າມັນຫຼາຍສີສັນບໍ່ພຽງແຕ່ສາມາດຊົມເບິ່ງ, ແຕ່ຍັງສາມາດປຸງແຕ່ງເປັນນ້ຳມັນດອກຜັກນໍ້າມັນ, ຊາດອກຜັກນໍ້າມັນ, ເຂົ້າໜົມດອກຜັກນໍ້າມັນ, ຄີມບຳລຸງຜິວ ແລະ ອື່ນໆ,ໂຄງການປະດິດສ້າງໃໝ່ດ້ານກະສິກຳນີ້ຄາດວ່າຈະໄດ້ຮັບການສົ່ງເສີມໃນອະນາຄົດ, ແລະ ຊ່ວຍການພັດທະນາຊົນນະບົດແຂວງຢຸນນານ.