ການໄຖນາໃນລະດູໃບໄມ້ປົ່ງຢູ່ເຂດພູພຽງ

2021-03-18 11:47:26 |ມາຈາກ:

ວັນທີ 16 ມີນາ, ຊົນນະບົດຂອງເມືອງຊານນານ, ເມືອງເລີເຄີເຈີ, ເມືອງລາຊາເຂດປົກຄອງຕົນເອງຕິເບດ ທີ່ຕັ້ງຢູ່ເຂດໃຈກາງແມ່ນ້້ຳຢາລູຈ້ຽງປູ, ໄດ້ເລີ່ມຕົ້ນໄຖນາ ແລະ ປູກເຂົ້າຂອງລະດູໃບໄມ້ປົ່ງ.

ອີງຕາມວິທີມູນເຊື້ອຂອງແຕ່ລະບ້ານ, ຊາວບ້ານນຸ່ງເຄື່ອງເອ້ຢ້ອງ, ຖືເອົາເຫລົ້າເຂົ້າບາເລ, ແລະ ຈັດພິທີເປີດລະດູໃບໄມ້ປົ່ງຢູ່ທົ່ງນາ.

ນອກນັ້ນ, ເຂົ້າຮ່ວມພິທີການໄຖນາໃນລະດູໃບໄມ້ປົ່ງຍັງມີບ້ານເຄິສົ່ງ, ທີ່ຕັ້ງຢູ່ຕາແສງຊາງຈູ ເມືອງນາຍດົງ ເຂດຊານນານຕິເບດ. ປີ 1959, ບ້ານເຄິສົ່ງໄດ້ດຳເນີນການປະຕິຮູບຊົນຊາດຊົນເຜົ່າ, ແລະ ສ້າງຕັ້ງໜ່ວຍພັກເຂດຊົນນະບົດແຫ່ງທຳອິດຢູ່ຕິເບດ. ໃນປີ 2017, ປະຊາຊົນທຸກຍາກທຸກຄົນໃນຊຸມຊົນເຄິສົ່ງໄດ້ບັນລຸຜົນສຳເລັດການຫຼຸດພົ້ນອອກຈາກຄວາມທຸກຍາກ. ໃນປີ 2020, ລາຍຮັບສຸດທິຕໍ່ຫົວຄົນຕໍ່ປີຂອງຊຸມຊົນເຄິສົ່ງກາຍ 25,000 ຢວນ.

ອີງຕາມຂໍ້ມູນຂ່າວສານ, ໃນປີ 2020, ຍອດການຜະລິດພືດພັນທັນຍາຫານຂອງເຂດປົກຄອງຕົນເອງຕິເບດມີ 1,03 ລ້ານໂຕນ, ໃນນັ້ນ ຍອດການຜະລິດເຂົ້າບາເລມີ 830,000 ໂຕນ, ການສະໜອງເຂົ້າບາເລໂດຍພື້ນຖານສາມາດບັນລຸການກຸ້ມຕົນເອງໄດ້.

ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ
ນັກຂ່າວ:ຢົວໂກ ຜູປູຈາສີ່