ການແຂ່ງຂັນນາງແບບແຟຊັ່ນອາຊີບລະດັບໂລກປີ 2021·ການສະແດງແສງດາວເທິງແມ່ນ້ຳຂອງ ຈັດຂຶ້ນຢູ່ເຂດທ່ອງທ່ຽວເກົ້າຈວງຊີຊວງຈິນກິ່ງແຂວງສິບສອງພັນນາ

2021-03-30 15:56:20 |ມາຈາກ:

ວັນທີ 26 ມີນາ, ການແຂ່ງຂັນນາງແບບແຟຊັ່ນອາຊີບລະດັບໂລກປີ 2021·ການສະແດງແສງດາວເທິງແມ່ນ້ຳຂອງ ເຊິ່ງມີເຈົ້າພາບຈັດງານໂດຍອົງການການແຂ່ງຂັນນາງແບບແຟຊັ່ນອາຊີບລະດັບໂລກ(WPMMC) ແລະ ບໍລິສັດທ່ອງທ່ຽວວັດທະນະທຳຢຸນນານຈິນລານ ຈຳກັດ ໄດ້ເປີດຂຶ້ນຢູ່ເຂດທ່ອງທ່ຽວເກົ້າຈວງຊີຊວງຈິນ ກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ ສິບສອງພັນນາ ແຂວງຢຸນນານ.