ຂະແໜງການຜູກ ແລະ ຍ້ອມແພຢູ່ເມືອງວຸຍຊານເມືອງຕ້າຫຼີແຂວງຢຸນນານ

2021-04-14 16:11:31 |ມາຈາກ:

ເມືອງປົກຄອງຕົນເອງຊົນເຜົ່າຢີ ຊົນເຜົ່າຫຸຍວຸຍຊານ ກິ່ງແຂວງປົກຄອງຕົນເອງຊົນເຜົ່າປາຍຕ້າຫຼີ ແຂວງຢຸນນານມີຊື່ງາມນາມຄ່ອງວ່າ "ເມືອງແຫ່ງສິລະປະການຜູກ ແລະ ຍ້ອມແພພື້ນເມືອງຂອງຈີນ". ຝີມືຫັດຖະກຳການຜູກ ແລະ ຍ້ອມແພ ຂອງຊົນເຜົ່າຢີໄດ້ຖ່າຍທອດມາເປັນພັນປີແລ້ວ,ຍ້ອນວ່າຝີມືຫັດຖະກຳການຜູກ ແລະ ຍ້ອມແພ ມີລັກສະນະພິເສດ, ການປຸງ ແຕ່ງວິຈິດບັນຈົງ, ຮູບພາບເປັນແບບໃຫມ່, ສິນຄ້າທີ່ຜະລິດຈາກການຜູກ ແລະ ຍ້ອມແພ ເຊັ່ນ ຜ້າປູຕຽງ, ຜ້າປູໂຕະ, ເຄື່ອງແຕ່ງກາຍແລະ ອື່ນໆ ແມ່ນໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ, ຜະລິດຕະພັນທີ່ຜະລິດຈາກການຜູກ ແລະ ຍ້ອມແພໄດ້ຈຳໜ່າຍໄປທັງຕະຫຼາດພາຍໃນ ແລະ ຕ່າງປະເທດເຊັ່ນ: ຍີ່ປຸ່ນ ແລະ ເກົາຫຼີໃຕ້.