ໝາກນັດເມືອງເຫີໂຂ(Hekou)ສຸກແລ້ວ

2021-04-19 15:56:58 |ມາຈາກ:

ເດືອນເມສາ, ໝາກນັດເມືອງເຫີໂຂ(Hekou)ເມືອງປົກຄອງຕົນເອງຊົນເຜົ່າຢາວ ໄດ້ເຂົ້າສູ່ລະດູການເກັບກ່ຽວ.



ຫຼີ້ກົວຈົງ(Liguozhong)ເປັນຄອບຄົວໃຫຍ່ທີ່ເຮັດການປູກຝັງໃນບ້ານ, ລາວແນະນຳວ່າ, ລາຄາໝາກນັດປີນີ້ມີທ່າອ່ຽງເພີ່ມຂຶ້ນ, ລາຄາຂາຍສົ່ງສູງສຸດອາດຮອດສາມຢວນຕໍ່ໜຶ່ງກິໂລ. ລາວຄິດໄລ່ອອກມາວ່າ, ສວນຂ້ອຍມີຕົ້ນໝາກນັດ 180 ພັນຕົ້ນ, ເມື່ອສຸກແລ້ວຈະມີຜົນຜະລິດປະມານ 100 ໂຕນ, ຄິດໄລ່ຕາມລາຄາ 2 ຢວນຕໍ່ກິໂລໜຶ່ງ, ປີນີ້ຈະມີລາຍຮັບ 2 ແສນຢວນ.

ຊຸມປີມໍ່ໆມານີ້, ຕາແສງຫຼາວຝັນຈ່າຍ(Laofanzhai)ອອກແຮງພັດທະນາການປູກໝາກນັດ, ຮອດທ້າຍປີ 2020, ເນື້ອທີ່ປູກໝາກນັດທົ່ວຕາແສງ ມີປະມານ 466 ເຮັກຕາ, ເປັນໜຶ່ງໃນຕາແສງຕົ້ນຕໍທີ່ຜຜະລິດໝາກນັດນ້ຳຫອມ ໃນເມືອງເຫີໂຂ(Hekou). ເນື້ອທີ່ປູກຝັງໝາກນັດມີ 1866 ເຮັກຕາ, ຜົນຜະລິດໃນປີມີເຖິງ 56 ພັນໂຕນ, ມູນຄ່າການຜະລິດປະມານ 0,168 ຕື້ຢວນ.

ມາຈາກ:ໜັງສືພີມລາຍວັນຢຸນນານ

ນັກຂ່າວ:ວັງຕ່ານ