ຖາຍຈ່ຽງ ແຂວງກຸ້ຍໂຈ່ວ: ຈັດງານສະເຫຼີມສະຫຼອງບຸນເອື້ອຍນ້ອງຊົນເຜົ່າມົ້ງ

2021-04-30 13:15:35 |ມາຈາກ:

ວັນທີ 25 ເດືອນເມສາ, ເດັກນ້ອຍຊົນເຜົ່າມົ້ງເຂົ້າຮ່ວມ ຂະບວນແຫ່ຊຸດເຄື່ອງນຸ່ງຊົນເຜົ່າມົ້ງ “ງານບຸນເອື້ອຍນ້ອງຊົນເຜົ່າມົ້ງ ຖາຍຈ່ຽງຈີນ 2021” , ໃນມື້ນັ້ນ, ເມືອງຖາຍຈ່ຽງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າມົ້ງ ແລະ ຊົນເຜົ່າຕົ້ງພາກຕາເວັນອອກສ່ຽງໃຕ້ ແຂວງກຸ້ຍໂຈ່ວ ໄດ້ຕ້ອນຮັບບຸນເອື້ອຍນ້ອງ ທີ່ໜຶ່ງປີມີໜຶ່ງຄັ້ງ. ໃນໄລຍະບຸນ ຈະມີການຈັດການສະແດງຂະບວນແຫ່ຊຸດເຄື່ອງນຸ່ງຊົນເຜົ້າມົ້ງ, ການສະແດງຮ້ອງເພງ ແລະ ເຕັ້ນລຳຂອງຊົນເຜົ່າມົ້ງ, ງານລ້ຽງໂຕະຍາວຂອງຄອບຄົວຊົນເຜົ່າມົ້ງ, ການຈັດງານວາງສະແດງເຄື່ອງຫັດຖະກຳຂອງຊົນເຜົ່າພື້ນເມືອງ ແລະ ກິດຈະກຳອື່ນໆ. ງານບຸນເອື້ອຍນ້ອງ ເປັນບຸນປະເພນີຂອງຊົນເຜົ່າມົ້ງທີ່ເມືອງຖາຍຈ່ຽງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າມົ້ງ ແລະ ຊົນເຜົ່າຕົ້ງພາກຕາເວັນອອກສ່ຽງໃຕ້ແຂວງກຸ້ຍໂຈ່ວ, ໄດ້ຖືກບັນຈຸເຂົ້າໃນລາຍການມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຊຸດທຳອິດຂອງປະເທດຈີນ.

ມາຈາກ: ສຳນັກຂ່າວຊິນຮວາຂອງຈີນ

ສຳນັກຂ່າວ: ຢາງຢິງ