ເປີດຮ້ານຂາຍປຶ້ມທີ່ລົດໄຟຊ້າສີຂຽວແຫ່ງທຳອິດຂອງຈີນ

2021-05-07 18:13:46 |ມາຈາກ:

ຮ້ານຂາຍປຶ້ມຊຽນໂມ້(Qianmo)ນະຄອນຈີນານ ໄດ້ເຂົ້າປະຈຳຢູ່ໃນຕູ້ລົດໂດຍສານ, ຮ້ານຂາຍປຶ້ມແຫ່ງທຳອິດເທິງລົດໄຟຊ້າສີຂຽວໄດ້ເປີດບໍລິການຢ່າງເປັນທາງການ. ຂະບວນລົດໄຟນີ້ແມ່ນຂະບວນເລກທີ 7053, ເປີດນຳໃຊ້ບໍລິການແຕ່ປີ 1974, ສະໜອງການບໍລິການໃຫ້ປະຊາຊົນທີ່ອອກເດີນທາງໂດຍສານໃນເຂດພູດອຍ, ເສັ້ນທາງລົດໄຟນີ້ມີຄວາມຍາວທັງໝົດ 184 ກິໂລແມັດ, ລາຄາປີ້ລົດໃນການເດີນທາງຕະຫຼອດສາຍມີແຕ່ 11,5 ຢວນ. ລຽບຕາມເສັ້ນທາງຂອງລົດໄຟຊ້າຂະບວນນີ້ໄດ້ມີຈຸດພັກເຊົາຢູ່ຕາມບ້ານ ແລະ ຕາແສງຫຼາຍແຫ່ງ, ປີ້ລົດໄຟລະຫວ່າງສະຖານີຈຳນວນໜຶ່ງມີແຕ່ 1 ຢວນເທົ່ານັ້ນ.

ທ່ານ ເຈີ້ນກົວຕົ້ງ ຜູ້ກໍ່ຕັ້ງຮ້ານຂາຍປຶ້ມຊຽນໂມ້ ກ່າວວ່າ,ການຕັດສິນໃຈຕໍ່ແນວຄວາມຄິດການເອົາຮ້ານຂາຍປຶ້ມເຂົ້າມາເປີດໃນຕູ້ລົດໂດຍສານ ແມ່ນເລິ່ມຂຶ້ນໃນການທ່ອງທ່ຽວຄັ້ງໜຶ່ງທີ່ໄປທ່ຽວຄົນດຽວປີກາຍນີ້, ຮ້ານຂາຍປຶ້ມເປີດຂຶ້ນໃນວັນອ່ານປຶ້ມໂລກ, ຫວັງວ່າໃນໃຈຂອງຄົນເຮົາຈະມີຄວາມເຄົາລົບຕໍ່ກັບການອ່ານ. ຢ້ຳເຕືອນທຸກທ່ານວ່າ ນອກຈາກໃນຊີວິດປະຈຳວັນຂອງທ່ານທີ່ຫຍຸ້ງວຽກສັບສົນໃນເມືອງແລ້ວ, ຍັງມີວິທີການໃຊ້ຊີວິດອີກແບບໜຶ່ງ ກໍຄືວິຖີຊີວິດແບບຊ້າ, ຢູ່ທີນີ້ຄົນເຮົາສຳຜັດທຳມະຊາດໄດ້, ອ່ານປຶ້ມຜ່ານເຈ້ຍຄືເມື່ອກ່ອນ.

ປັດຈຸບັນນີ້ ລົດໄຟນ້ອຍຂະບວນນີ້ເປັນ “ທູດວັດທະນະທຳ”, ທ່ານ ເຈຍຫຼິນ ເວົ້າວ່າ “ພວກເຮົາຫວັງວ່າຜ່ານການຮ່ວມມືກັບຮ້ານຂາຍປຶ້ມຊຽນໂມ້ ເຮັດຮ້ານຂາຍປຶ້ມຮ້ານນີ້ໃຫ້ດີ,ຍົກລະດັບຄວາມສາມາດການຮັບໃຊ້ສັງຄົມຂອງລົດໄຟຂະບວນນີ້, ຈະດຶງດູດນັກທ່ອງທ່ຽວມາທ່ອງທ່ຽວພູໃຫ້ນັບມື້ນັບຫຼາຍຂຶ້ນ.”

ມາຈາກ: ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ: ຈາງຊິນຢີ ຈ້າວຊຽວຢີ