ຈັດກິດຈະກຳຫຼຸດຄວາມອ້ວນເພື່ອຮັກສາສຸຂະພາບຂອງປະຊາຊົນໃຫ້ແຂງແຮງ

2021-05-14 17:37:30 |ມາຈາກ:

ວັນທີ 9 ພຶດສະພານີ້, ກິດຈະກຳ "ການຫຼຸດຄວາມອ້ວນ·ຢູນຈີນານ" ທີ່ ສະມາຄົມການແພດແຂວງຢຸນນານເປັນເຈົ້າການໄດ້ຈັດຂຶ້ນຢູ່ເມືອງຄຸນໝິງ. ວັນທີ 11 ພຶດສະພາ ໃນທຸກໆປີແມ່ນວັນປ້ອງກັນຄວາມອ້ວນຂອງໂລກ, ກິດຈະກຳຄັ້ງນີ້ມີຈຸດປະສົງຮຽກຮ້ອງໃຫ້ປະຊາຊົນເອົາໃຈໃສ່ຕໍ່ຄວາມອັນຕະລາຍທີ່ເກີດຈາກຄວາມອ້ວນ, ຮຽນຮູ້ ແລະ ເຂົ້າໃຈວິຖີຊີວິດແບບສຸຂະພາບດີໃນການປ້ອງກັນ ແລະ ປິ່ນປົວຄວາມອ້ວນແບບວິທະຍາສາດ.

ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ:ເຊີນຊີນໂປ