ປ່າຝົນເຂດຮ້ອນ ແມ່ນ້ຳລຸຊຸຍ ໃນເມືອງເກີຈິວແຂວງຢຸນນານ

2021-05-14 18:06:05 |ມາຈາກ:

ຢູ່ປ່າຝົນເຂດຮ້ອນ ແມ່ນ້ຳລຸຊຸຍ ຕາແສງມ້ານເຮົາ ເມືອງເກີຈິວ, ທ່ານສາມາດແນມເຫັນແມ່ນ້ຳທີ່ໃສໃສ, ນ້ຳຕົກຕາດທີ່ເບິ່ງຄືຕົກລົງມາຈາກທ້ອງຟ້າ, ຕົ້ນໄມ້ທີ່ຫາຍາກ, ທິວທັດທີ່ສວຍງາມ...

ປ່າຝົນເຂດຮ້ອນ ແມ່ນ້ຳລຸຊຸຍ ມີໄລຍະຫ່າງຈາກເມືອງເກີຈິວ 90 ກິໂລແມັດ, ອຸນຫະພູມສະເລ່ຍຕໍ່ປີປະມານ 23 ° C, ມັນແມ່ນສ່ວນໜຶ່ງຂອງເຂດສະຫງວນທຳມະຊາດແຫ່ງຊາດຕ້າເວີຍຊານ, ຢູ່ທີ່ນີ້ມີພືດ ແລະ ສັດທີ່ຫາຍາກຫລາຍກວ່າ 3,000 ຊະນິດຂອງເຂດຮ້ອນແລະ ເຂດເຄິ່ງຮ້ອນ, ມີຊັບພະຍາກອນພືດແລະ ສັດທີ່ອຸດົມສົມບູນ.

ມີຜູ້ຊ່ຽວຊານບາງຄົນເຊື່ອວ່າ, ປ່າຝົນເຂດຮ້ອນ ແມ່ນ້ຳລຸຊຸຍ ແມ່ນມີ ພືດປະເພດໄຊຄັສ (Cycas) ທີ່ຫຼາຍທີ່ສຸດໃນໂລກ, ແມ່ນຊະນິດພັນພືດທີ່ຫາຍາກທີ່ສຸດ, ເປັນຈຸດລວມຊີວະນາໆພັນຂອງໂລກ, ແມ່ນຄັງສົມບັດຂອງພືດ ແລະ ຊີວະນາໆພັນໃນໂລກ.

ມາຈາກ:ເວັບໄຊຢຸນນານ

ນັກຂ່າວ:ລີຊູເຝິນ