ທິວທັດກາງຄືນທີ່ຕາແສງນ້ອຍມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ສວຍງາມຄືຮູບແຕ້ມ

2021-05-19 17:18:32 |ມາຈາກ:

ຄຽງຄູ່ກັບຍາມຄ່ຳຄືນທີ່ມາເຖິງ, ຕາແສງນ້ອຍວ້ານຕາ(Wanda)ເມືອງຕ່ານຈາຍ(Danzhai)ແຂວງກຸ້ຍໂຈວ ແສງໄຟໄດ້ສ່ອງປະກາຍໃຫ້ແສງສະຫວ່າງ, ສວຍງາມເປັນພິເສດ.

ວັນທີ 15 ເດືອນພຶດສະພາ, ພິທີໄຂສັບປະດາມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຄັ້ງທີສອງ ຕ່ານຈາຍຂອງຈີນໄດ້ຈັດຂຶ້ນທີ່ຕາແສງນ້ອຍວ້ານຕາ ເມືອງຕ່ານຈາຍແຂວງກຸ້ຍໂຈວ. ຕາແສງນ້ອຍວ້ານຕາ ເມືອງຕ່ານຈາຍ ແຂວງກຸ້ຍໂຈວ ສຸມກຳລັງແຮງໃນການສ້າງຕາແສງນ້ອຍແຫ່ງນີ້ໃຫ້ເປັນຕາແສງມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ, ເຊີນຜູ້ສືບທອດວັດທະນະທຳທີ່ບໍ່ເປັນວັດຖຸຫຼາຍທ່ານເຂົ້າມາອາໄສຢູ່ເມືອງນີ້, ດຶງດູດນັກທ່ອງທ່ຽວຈຳນວນຫຼາຍເຂົ້າມາທ່ອງທ່ຽວ.

ມາຈາກ: ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ: ໂອວຕົ່ງຊີ