ນົກສີດານ້ຳ (River Tern) ຟັກໄຂ່ລູກນົກຮັງທີສອງສຳເລັດ

2021-06-11 16:06:58 |ມາຈາກ:

ເມື່ອບໍ່ດົນມານີ້, ໃນອ່າງແມ່ນໍ້າຕ້າຢີງຈ່ຽງ ຂອງເມືອງຢີງຈ່ຽງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ ແລະຊົນເຜົ່າຈີງໂປເຕີຫົງ ແຂວງຢຸນນານ, ນົກສີດານ້ຳ (River Tern) ຄູ່ໜຶ່ງໄດ້ຟັກໄຂ່ລູກນົກຮັງທີສອງສຳເລັດ, ແລະ ລູກນົກ 2 ໂຕໄດ້ເກີດແລ້ວ. ນົກສີດານ້ຳ ແມ່ນປະເພດນົກທີ່ສ່ຽງໃກ້ຈະສູນເສຍພັນ,ແລະເປັນສັດປ່າທີ່ໄດ້ຮັບການປົກປ້ອງໃນລະດັບທຳອິດຂອງປະເທດຈີນ, ໃນປີນີ້, ໄດ້ພົບເຫັນວ່າຄອບຄົວນົກສີດານ້ຳໄດ້ຟັກລູກນົກ 5 ໂຕຢູ່ໃນອ່າງແມ່ນໍ້າຕ້າຢີງຈ່ຽງ.

ນົກສີດານ້ຳ ແມ່ນນົກອົບພະຍົບລະດູຮ້ອນ, ໃນທຸກໆທ້າຍປີຫາຕົ້ນປີຂອງປີຕໍ່ໄປ, ນົກສີດານ້ຳ ຈະເຄື່ອນຍ້າຍໄປສູ່ອ່າງແມ່ນໍ້າຕ້າຢີງຈ່ຽງເພື່ອເກີດແມ່ແພ່ລູກ, ແລະ ປະມານເດືອນກໍລະກົດຈະກໍ່ເຄື່ອນຍ້າຍອອກຈາກອ່າງແມ່ນໍ້າຕ້າຢີງຈ່ຽງ. ໃນແຕ່ລະປີເມື່ອນົກເຄື່ອນຍ້າຍໄປສູ່ອ່າງແມ່ນໍ້າຕ້າຢີງຈ່ຽງເພື່ອເກີດແມ່ແພ່ລູກ, ພະແນກອະນຸລັກໃນທ້ອງຖິ່ນຈະສືບຕໍ່ຕິດຕາມ ແລະ ປະຕິບັດວຽກງານປົກປັກຮັກສາ.

ມາຈາກ: ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ: ຢີນຢີຫູ ຊາຢົງເຊີງ