ບ້ານທີ່ສວຍງາມທີ່ສຸດຂອງແຂວງຢຸນນານ-ບ້ານບູຮານເສີງຈື

2021-06-24 18:03:52 |ມາຈາກ:

ບ້ານບູຮານເສີງຈື ຕັ້ງຢູ່ເມືອງລູຊີແຂວງຢຸນນານ, ສ້າງຂຶ້ນໃນລາຊະວົງໝິງ, ເປັນບ້ານທີ່ມີລັກສະນະຄືຜາສາດບູຮານ. ເອກະລັກພິເສດຂອງບ້ານນີ້ແມ່ນ ຝາເຮືອນຂອງຫ້ອງດິນພັນກວ່າເຮືອນແມ່ນລຽນຕິດຕໍ່ກັນ, ການກໍ່ສ້າງແມ່ນແຕ່ຊັ້ນລຸ່ມຂຶ້ນຊັ້ນເທິງ ຊັ້ນຕໍ່ຊັ້ນ, ຫຼັງຄາເຮືອນຊັ້ນລຸ່ມແມ່ນເປັນເດີ່ນບ້ານ ແລະ ເດີ່ນຕາກເຄື່ອງຂອງຄອບຄົວທີ່ຢູ່ຊັ້ນເທິງ. ເຮືອນທຸກຫຼັງໃນທົ່ວບ້ານເບິ່ງກໍຄືກັນ, ເບິ່ງຄືກັບເຂົາວົງກົດ. ບ້ານບູຮານຂອງຊົນເຜົ່າສ່ວນໜ້ອຍນີ້ເປັນບ້ານຫາຍາກ ແລະ ມີການປົກປັກຮັກສາເປັນຢ່າງດີ ແລະ ຄົບຖ້ວນ.

ມາຈາກ: ສື່ມວນຊົນຂ່າວສານວັດທະນະທຳ ແລະ ການທ່ອງທ່ຽວ

ນັກຂ່າວ: ຈ່ຽງຣຸຍຊ່ຽນ