ແມວປັ້ນດິນເຜົາ, ຈາກ "ສັດ ສັກສິດ" ຂອງບ້ານ ເມືອງກາຍເປັນເຄື່ອງຫັດຖະກຳ

2021-06-25 15:56:58 |ມາຈາກ:

ແຕ່ກ່ອນ, ຢູ່ເມືອງຄຸນໝິງ, ເມືອງຕາຫຼີ້ຂອງແຂວງຢຸນນານ ແລະ ສະຖານທີ່ອື່ນໆ, ມັກມີແມວປັ້ນດິນເຜົາໂຕໜຶ່ງວາງຢູ່ເທິງຫຼັງຄາ ຫຼື ປະຕູຂອງເຮືອນເກົ່າຫຼາຍໆຫລັງ. ແມວປັ້ນດິນເຜົາແມ່ນເຮັດດ້ວຍດິນເຜົາ, ແລະ ມີຮູບຮ່າງຄ້າຍຄືແມວທີ່ມີປາກໃຫຍ່. ໃນຮີດຄອງປະເພນີຂອງທ້ອງຖິ່ນ, ແມວປັ້ນດິນເຜົາແມ່ນ "ສັດ ສັກສິດ",ມີບົດບາດໃນການຂັບໄລ່ຜີຮ້າຍ, ຮັບເອົາຄວາມສຸກ ແລະ ເບິ່ງແຍງບ້ານເຮືອນ.

ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບອາຄານທີ່ເຮັດດ້ວຍຄອນກີດເສີມເຫຼັກ ໄດ້ເຂົ້າມາປ່ຽນແທນເຮືອນປະເພນີແບບດັ້ງເດີມ, ແມວປັ້ນດິນເຜົາໄດ້ຄ່ອຍໆຫາຍໄປເທື່ອລະໜ້ອຍ, ຊ່າງຫັດຖະກຳ ຫຼາຍຄົນໄດ້ປັ້ນໃຫ້ ແມວປັ້ນດິນເຜົາມີຮ່າງ ນ້ອຍກວ່າເກົ່າ ແລະ ເຮັດເປັນເຄື່ອງຫັດຖະກຳ,ທີ່ສາມາດວາງເທິງໂຕະກາເຟຫລືໂຕະປື້ມ, ຫວັງວ່າຈະສາມາດຮັກສາແມວປັ້ນດິນເຜົາໃຫ້ຄົງຢູ່ສືບຕໍ່ໄປ.