ໄອສະຄຣີມເຫຼົ່ານີ້ບໍ່ພຽງແຕ່ມີລົດຊາດແຊບ, ແຕ່ຍັງເບິ່ງສວຍງາມກວ່າເກົ່າ

2021-07-02 16:28:06 |ມາຈາກ:

ລະດູຮ້ອນປີນີ້, ສວນສາທາລະນະຕ້າກວນທີ່ຕັ້ງຢູ່ເມືອງຄຸນໝິງແຂວງຢຸນນານໄດ້ເລີ່ມຂາຍໄອສະຄຣີມ (ກະແລັມ) ທີ່ມີຮູບຊົງເປັນອາຄານຕ້າກວນໂລ (ອາຄານທີ່ມີຊື່ສຽງໃນຄຸນໝິງ) ແລະ ຮູບດອກບົວເປັນຄັ້ງທຳອິດ. ນັກທ່ອງທ່ຽວສາມາດຊົມທິວທັດທີ່ສວຍງາມໄປພ້ອມກັບການຮັບປະທານໄອສະຄຣີມແຊບໆ.

ໃນນັ້ນ, ຢູ່ແຂວງຢຸນນານບໍ່ພຽງແຕ່ມີໄອສະຄຣີມຮູບດອກບົວ, ແຕ່ຍັງມີໄອສະຄຣີມອີກຫຼາຍຊະນິດເຊັ່ນ ໄອສະຄຣີມຮູບຈ່ຽງອູທັງ (ອາຄານທີ່ມີຊື່ສຽງໃນຄຸນໝິງ),ໄອສະຄຣີມດອກຫຼານຫົວຢິງ ແລະ ອື່ນໆ... ແນ່ນອນວ່າ, ບັນດາແຂວງຕ່າງໆໃນປະເທດຈີນກໍ່ໄດ້ຄິດຄົ້ນ ແລະ ຜະລິດໄອສະຄຣີມທີ່ມີລົດຊາດແຊບແລະເບິ່ງສວຍງາມໂດຍອີງໃສ່ອາຄານທີ່ມີຊື່ສຽງ, ທິວທັດທີ່ສວຍງາມ, ປະຫວັດສາດ, ວັດຖຸບູຮານ ແລະອື່ນໆ. ເຊີນທ່ານມາເບິ່ງນຳກັນເດີ.