ໃບດອກບົວຫວາງໃນສິບສອງພັນນາແຂວງຢຸນນານມີເສັ້ນຜ່າກາງເຖິງ 1,92 ແມັດ

2021-07-16 19:39:16 |ມາຈາກ:

ໃນສວນພຶກສາສາດເຂດຮ້ອນສິບສອງພັນນາ ສະຖາບັນຄົ້ນຄວ້າວິທະຍາສາດຈີນ, ເສັ້ນຜ່າກາງຂອງໃບດອກບົວຫວາງ ຫຼຶ ດອກບົວວິກຕໍເຣຍ (Victoria amazonica) ໃນສວນພຶກສາສາດໄດ້ບັນລຸຄວາມກວ້າງເຖິງ 1,92 ແມັດໃນປີນີ້, ເປັນເສັ້ນຜ່າກາງທີ່ໃຫຍ່ທີ່ສຸດໃນປະຫວັດສາດ 60 ປີທີ່ຜ່ານມາ, ແລະ ຄາດວ່າເສັ້ນຜ່າກາງຂອງໃບດອກບົວຫວາງຈະເກີນ 2 ແມັດ ເມື່ອຜ່ານການຄຸ້ມຄອງ ແລະ ການປົກປັກຮັກສາໃນພາຍໜ້າ.

ດອກບົວຫວາງມີໃບທີ່ໃຫຍ່ທີ່ສຸດໃນບັນດາພືດນ້ຳໃນໂລກ, ແລະມັນມີຖິ່ນກຳເນີດຢູ່ໃນແມ່ນ້ຳອາເມຊອນ (Amazon) ໃນອາເມລິກາໃຕ້. ໃບດອກບົວຫວາງມີແຮງໃນການລອຍເທິງໜ້ານ້ຳສູງ, ແລະສາມາດຮັບນໍ້າໜັກໄດ້ເຖິງ60ຫຼື70ກິໂລກຣາມ. ນັບຕັ້ງແຕ່ການເປີດຕົວກິດຈະກຳ "ຊົມເບິ່ງດອກບົວຫວາງ" ໃນວັນທີ 1 ກໍລະກົດ, ປະຊາຊົນຫຼາຍຮ້ອຍຄົນໄດ້ເຂົ້າມາ ສຳຜັດກັບກິດຈະກຳຂອງດອກບົວຫວາງທຸກໆມື້.