ລົດໄຟໃຕ້ດິນຂອງເມືອງເຊ້ຍເໝິນງາມຫຼາຍ

2021-07-16 19:41:53 |ມາຈາກ:

ເມືອງເຊ້ຍເໝິນ ທີ່ຕັ້ງຢູ່ແຂວງຝູຈ້ຽນ ທາງພາກຝັ່ງທະເລຕາເວັນອອກສ່ຽງໃຕ້ຂອງປະເທດຈີນ, ລົດໄຟໃຕ້ດິນເຊ້ຍເໝິນສາຍທີ 3 ໄດ້ຮັບການປະດັບປະດາໃນຫົວຂໍ້ "ເມືອງມະຫາສະຫມຸດ" ເມື່ອປະຊາຊົນ ແລະ ນັກທ່ອງທ່ຽວນັ່ງລົດໄຟໃຕ້ດິນເຊ້ຍເໝິນສາຍທີ 3, ໃນຕູ້ລົດໄຟທ່ານສາມາດເຫັນຮູບພາບຂອງເຕົ່າທະເລ,ປາໂລມາ, ປາດາວ ແລະອື່ນໆ,ຄືກັບການຍ່າງເຂົ້າໄປໃນໂລກໃຕ້ນໍ້າ. ເມື່ອນັກທ່ອງທ່ຽວນັ່ງ ລົດໄຟໃຕ້ດິນເຊ້ຍເໝິນສາຍທີ 1, ພາບວິວທິວທັດທີ່ສວຍງາມຢູ່ນອກປ່ອງຢ້ຽມເຮັດໃຫ້ຄົນຮູ້ສຶກຄືກັບວ່າພວກເຂົາໄດ້ເຂົ້າໄປໃນໂລກເທບນິຍາຍ.