ນົກຢູ່ໃນທະເລສາບຢີລອງແຂວງຢຸນນານນັບມື້ນັບຫຼາຍຂຶ້ນ

2021-08-03 18:41:35 |ມາຈາກ: 云南网

ທະເລສາບຢີລອງແມ່ນໜຶ່ງໃນ ທະເລສາບພູພຽງ 8 ແຫ່ງໃນແຂວງຢຸນນານ,ແລະ ເປັນສະຫວັນຂອງການດຳລົງຊີວິດຂອງນົກປ່າ. ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບເມືອງຊິຜິງ ກິ່ງແຂວງຫົງເຫີ ແຂວງຢຸນນານ ໄດ້ດໍາເນີນການຄຸ້ມຄອງແບບກວມລວມຕໍ່ກັບສະພາບແວດລ້ອມອ້ອມຂ້າງ ແລະ ປັບປຸງປົວແປງແຫຼ່ງນໍ້າໃນທະເລສາບ, ສະພາບແວດລ້ອມທາງດ້ານນິເວດຂອງທະເລສາບຢີລອງໄດ້ຮັບການປັບປຸງ, ເຊິ່ງໄດ້ດຶງດູດນົກຈຳນວນຫຼາຍທີ່ເຄີຍອາໄສຢູ່ໃນທະເລສາບ ແລະບິນໜີໄປໃຫ້ກັບຄືນມາທະເລສາບຢີລອງ, ກຸ່ມນົກທີ່ຫາຍາກ ແລະ ເປັນນົກສະຫງວນລະດັບຊາດຍັງສືບຕໍ່ຢູ່ໃນທະເລສາບຢິລອງ,ກຸ່ມນົກລ້ຳຄ່າຫາຍາກກໍໄດ້ອາໄສຢູ່ໃນທະເລສາບແຫ່ງນີ້; ຍັງມີນົກອົບພະຍົບກໍ່ກາຍເປັນນົກທີ່ອາໄສຢູ່ໃນທະເລສາບ ແລະ ເກີດແມ່ແຜ່ລູກຢູ່ທີ່ນີ້.



ມາຈາກ ເວບໄຊແຂວງຢຸນນານ

ນັກຂ່າວ ຫຼິຊູເຟິນ ເຜິງເຈ່່ຍຢູນ